ໃນວັນທີ 29 ພະຈິກ 2024, ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກກະຊວງ, ກົມໃຫຍ່, ຫ້ອງວ່າການ, ກົມກອງອ້ອມຂ້າງກະຊວງ, ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບເລື່ອນຊັ້ນ ເຂົ້າຮ່ວມ.
ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 236/ປປທ, ລົງວັນທີ 19 ພະຈິກ 2024 ວ່າດ້ວຍການເລື່ອນຊັ້ນນາຍຕໍາຫຼວດຊັ້ນ ພົນຕີ ຂຶ້ນຊັ້ນ ພົນໂທ 1 ທ່ານ ຄື: ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ.
ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 237-242/ປປທ ລົງວັນທີ 19 ພະຈິກ 2024 ວ່າດ້ວຍການເລື່ອນຊັ້ນນາຍຕໍາຫຼວດ ຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ໃຫ້ນາຍຕຳຫຼວດ ຈໍານວນ 6 ສະຫາຍ ປະກອບມີ:
1. ສະຫາຍ ພົນຈັດຕະວາ ປອ ສີສົມໄຊ ແກ້ວບຸນພັນ ຫົວໜ້າກົມ 504,
2. ສະຫາຍ ພົນຈັດຕະວາ ປອ ບຸນຊະນະ ສິມມາລາວົງ ຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ,
3. ສະຫາຍ ພົນຈັດຕະວາ ປອ ໂອໄດ ທິລັນດາ ຫົວໜ້າອໍານວຍການວິທະຍາຄານຕຳຫຼວດປະຊາຊົນ,
4. ພົນຈັດຕະວາ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການວິທະຍາຄານການເມືອງ ປກສ,
5. ສະຫາຍ ພົນຈັດຕະວາ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ,
6. ສະຫາຍ ພົນຈັດຕະວາ ແສງທອງ ທັມະເທວາ ຫົວໜ້າກົມປ້ອງກັນຄວາມສະຫງົບ ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ.
ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 574-610/ນຍ, ລົງວັນທີ 24 ຕຸລາ 2024 ວ່າດ້ວຍການເລື່ອນຊັ້ນ ພັນໂທ ຂຶ້ນເປັນຊັ້ນ ພັນເອກ ໃຫ້ນາຍຕໍາຫຼວດ ຈໍານວນ 37 ສະຫາຍ ຍິງ 3 ສະຫາຍ; ເປັນກຽດປະດັບຊັ້ນ ພົນໂທ, ພົນຈັດຕະວາ ໂດຍ ທ່ານ ປອ ບຸນທອງ ຈິດມະນີ ແລະ ເປັນກຽດປະດັບຊັ້ນ ພັນເອກ ໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ.
ຂ່າວ: ຄວາມສະຫງົບລາວ







