ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການບິນລາວສະຫຼອງຄົບຮອບ 35 ປີ, ເຊື່ອມໂຍງ ສປປ ລາວ ສູ່ພາກພື້ນ ແລະ ສາກົນຢ່າງຍືນຍົງ.

Nov 29, 2024

ພິທີສະຫຼຸບຜົນງານ 35 ປີຂອງລັດວິສາຫະກິດການບິນລາວຈັດຂຶ້ນໃນຕອນເຊົ້າມື້ນີ້ ມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂທທາທິການແລະຂົນສົ່ງ ທ່ານ ຄໍາຫຼ້າ ພົມມະວັນ ຜູ້ອຳນວຍການໃຫ່ຍ ລັດວິສາຫະກິດການບິນລາວ ບັນດາກົມຮອງກົມ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາຫຼ້າ ພົມມະວັນ ຜູ້ອຳນວຍການໃຫ່ຍ ລັດວິສາຫະກິດການບິນລາວ ໃຫ້ຮູ້ວ່າ : ໃນໄລຍະ 35 ປີ ແຫ່ງຄວາມເຊື່ອໝັ້ນ ແລະ ການເຕີບໃຫຍ່ຢ່າງໝັ້ນຄົງ, ລັດວິສາຫະກິດ ການບິນ ລາວ ໄດ້ປັບປຸງພັດທະນາວຽກງານບໍລິການໃຫ້ມີຄວາມທັນສະໄໝ ແລະ ດີຂຶ້ນເລື້ອຍໆ, ພ້ອມດຽວກັນນີ້ກໍ ໄດ້ຮັບການຊ່ວຍເຫຼືອ ສະໜັບສະໜູນຈາກລັດຖະບານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ບັນດາກົມ, ກອງອອ້ມຂ້າງ, ພ້ອມທັງໄດ້ຮັບການສະໜັບສະໜູນຈາກລູກຄ້າ ແລະ ບັນດາຕົວແທນ ຂາຍປີ້ເຮືອບິນ ຂອງລັດວິສາຫະກິດ ການບິນລາວ ມາຕະຫລອດ.
ເພື່ອຮັບປະກັນຄວາມຍືນຍົງ ແລະ ໝັ້ນຄົງທາງດ້ານການເງິນ, ລັດວິສາຫະກິດ ການບິນລາວ ຈະ ສືບຕໍ່ພັດທະນາ ໃຫ້ເປັນໄປຕາມວິໄສທັດ ທີ່ວ່າ: “ເຊື່ອມໂຍງລາວສູ່ພາກພື້ນ ແລະ ສາກົນ ຢ່າງຍືນຍົງ ຄືຈຸດໝາຍຂອງພວກເຮົາ
ແລະ ມີ 07 ພາລະໜ້າທີ່ຕ້ອງປະຕິບັດຄື:
– ບໍລິການຂົນສົ່ງທາງອາກາດຢ່າງມີຄຸນນະພາບ, ມີຄວາມປອດໄພສູງສຸດ ໂດຍປະຕິບັດຕາມ ຫຼັກການຄູ່ມືການບິນຂອງສາກົນຢ່າງເຂັ້ມງວດ;
– ຮັກສາພາບພົດ ແລະ ຊື່ສຽງທີ່ເປັນເອກະລັກ ຂອງການບິນລາວ, ໃຫ້ຄຸນຄ່າໃນຈິດໃຈ ແລະ ປະສົບ ການອັນລໍ້າຄ່າໃນການເດີນທາງຂອງລູກຄ້າ;
– ບໍລິການດ້ວຍຈິດວິນຍານ, ຮອຍຍິ້ມ ແລະ ຄວາມອົບອຸ່ນ ເພື່ອສ້າງຄວາມປະທັບໃຈໃຫ້ລູກຄ້າ ໃຫ້ ສືບຕໍ່ກັບມານໍາໃຊ້ການບໍລິການ ຂອງການບິນລາວ ຕະຫຼອດໄປ;
– ຂະຫຍາຍຕາໜ່າງການບິນ ເພື່ອເຊື່ອມຕໍ່ການຂົນສົ່ງໃຫ້ກ້າວໄກ, ຮ່ວມມືກັບບັນດາສາຍການບິນ ຊັ້ນນໍາ ຂອງໂລກ;
– ຮັບປະກັນຄວາມເປັນມືອາຊີບໃຫ້ພະນັກງານໃນອົງກອນທຸກຄົນ, ມີຄຸນນະສົມບັດ, ມີເອກະລັກ ໃນການເຮັດວຽກ, ສິດສອນ, ຝຶກອົບຮົມ, ຮັບພະນັກງານທີ່ມີຄວາມຮູ້ ຄວາມສາມາດ ໃນອຸດ ສະຫະກຳການຂົນສົ່ງທາງອາກາດ;
– ບໍລິຫານທຸລະກິດໃຫ້ມີປະສິດທິພາບ, ເພີ່ມລາຍຮັບ, ຫລຸດຜ່ອນລາຍຈ່າຍ ກ້າວໄປເຖິງມີກຳໄລ ແບບຍືນຍົງ ແລະ ໝັ້ນຄົງ;
– ປູກຈິດໃຕ້ສໍານຶກ ຂອງພະນັກງານໃຫ້ຮັກອາຊີບ ແລະ ບໍລິການດ້ວຍຫົວໃຈ.
ປັດຈຸບັນ ແມ່ນ ໄດ້ສຸມໃສ່ ໃນການຄົ້ນຄວ້າ ຈັດຕັ້ງປະຕິບັດແຜນປະຕິຮູບລັດວິສາຫະກິດ ການບິນລາວ ຕາມທິດຊີ້ນໍາ ຂອງລັດຖະບານ, ໂດຍພາຍໃຕ້ການນໍາພາ ດໍາເນີນງານ ຂອງຄະນະປະຕິຮູບ ຮອບດ້ານ ລັດວິສາຫະກິດ ການບິນລາວ ກໍຄືຄະນະສະພາບໍລິຫານການບິນລາວ ຊຶ່ງໄດ້ສຸມໃສ່ການສ້າງ ບຸກຄະລາກອນໃຫ້ເປັນມືອາຊີບ, ມີຈັນຍາບັນ, ຈັນຍາທໍາ ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມຮູ້ຄວາມ ສາມາດດ້ານວິຊາສະເພາະໃນການຄຸ້ມຄອງ ແລະ ບໍລິຫານທີ່ດີ, ເພື່ອເປັນທ່າແຮງ ແລະ ເປັນໝາກຫົວໃຈໃນ ການພັດທະນາຂະແໜງການບິນ ໃຫ້ມີຄວາມທັນສະໄໝ, ຍືນຍົງ, ເປັນລະບົບຄົບຊຸດ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.