ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດປະເທດເພື່ອນມິດ

Nov 29, 2024

ໃນຕອນເຊົ້າບ່າຍຂອງວັນທີ 29 ພະຈິກ 2024, ທີ່ ກະຊວງ ການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູລັດຊີມີຣ ບາຣາວິກູ (Uladzimir Baravikou), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈໍາ ສປປ ລາວ (ມີສໍານັກງານການທູດຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ) ແລະ ທ່ານ ເຊີຣຮີໂອ ນາເຣອາ (Sergio Narea), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຊີເລ ປະຈໍາ ສປປ ລາວ (ມີສໍານັກງານການທູດຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ) ຕາມລໍາດັບ, ໃນໂອກາດທີ່ ທ່ານເອກອັກຄະລັດຖະທູດທັງສອງ ເດີນທາງມາເຂົ້າຮ່ວມພິທີອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 49 ປີ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ພະຈິກ 2024 ນີ້.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານເອກອັກ ຄະລັດຖະທູດ ເບລາຣຸດຊີ ແລະ ຊີເລ, ທັງໄດ້ຕີລາຄາສູງຕໍ່ການ ເດີນທາງມາເຂົ້າຮ່ວມພິທີອວຍພອນວັນຊາດລາວ ໃຫ້ແກ່ການ ນໍາພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້.
ພ້ອມນີ້, ຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບທັງສອງປະເທດ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບທັງ ເບລາຣຸດຊີ ແລະ ຊີເລ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ, ລວມເຖິງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ເບລາຣຸດຊີ ແລະ ຊີເລ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃຫມ່, ທັງຍັງສະແດງຄວາມຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມ ສາມາດໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການເສີມ ຂະຫຍາຍການພົວພັນຮ່ວມມືກັບ ສປປ ລາວ ໂດຍສະເພາະ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ບັນດາທ່າແຮງອື່ນໆທີ່ເຫັນວ່າມີຜົນປະໂຫຍດຮ່ວມກັນ ໃນຊຸມປີຕໍ່ໜ້າ.
ສປປ ລາວ ແລະ ສ. ເບຣາລຸດຊີ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ກຸມພາ 1994.
ສປປ ລາວ ແລະ ສ. ຊີເລ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 06 ທັນວາ 1991.