ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງທີມອາວຸໂສປະສົມກັບຊາວໜຸ່ມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພົບກັບ ທີມອາ ວຸໂສປະສົມກັບຊາວໜຸ່ມກະຊວງແຜນການ ແລະ ການລົງທຶນ ຈັດຂຶ້ນທີ່ສະໜາມກິລາເຈົ້າອານຸວົງ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ຈຸດປະສົງຂອງການແຂ່ງຂັນ ເພື່ອສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນ ວາ ຄົບຮອບ 49 ປີ, ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ຊາວ ໜຸ່ມຂອງ 2 ກະຊວງດັ່ງກ່າວ, ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມສາມັກຄີຮັກແພງ ແລະ ເບີກບານມ່ວນຊື່ນ.







