ໃນການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 29 ພະຈິກ 2024, ທ່ານ ຄໍາໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ ໄດ້ສະເໜີໃຫ້ສະພາແຫ່ງຊາດ ແລະ ສະມາຊິກສະພາ ຄວນສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ແກ້ໄຂ ແຕ່ລະບັນຫາຕື່ມ ດັ່ງນີ້:
ການໂຄສະນາເຜີຍແຜ່ກົດໝາຍ ທີ່ຖືກຮັບຮອງແລ້ວ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ບໍ່ທັນກວ້າງຂວາງ ທົ່ວເຖິງທຸກເປົ້າໝາຍໃນສັງຄົມ ໂດຍສະເພາະເຂດຫ່າງສອກຫຼີ້ກ, ເຂດຊົນເຜົ່າ, ເຮັດໃຫ້ສະຕິເຄົາລົບປະຕິບັດກົດໝາຍຍັງບໍ່ທັນສູງ ແລະ ການເຂົ້າຮ່ວມຂະບວນການບໍ່ທັນຟົດຟື້ນແທ້.
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ເຖິງວ່າລັດຖະບານໄດ້ວາງຫຼາຍມາດຕະການ ເຮັດໃຫ້ຄ່າເງິນກີບແຂງຄ່າຂື້ນ ທຽບກັບເງີນຕາຕ່າງປະເທດ ແຕ່ໃນສະພາບຄວາມເປັນຈິງລາຄາສີນຄ້າຍັງສູງຄືເກົ່າ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານລັດຖະກອນທີ່ມີລາຍໄດ້ຕໍ່າ ແລະ ດ້ານຢາເສບຕິດຍັງບໍ່ທັນຫັນເປັນຄວາມຮັບຜິດຊອບຂອງສັງຄົມ ແລະ ປະຊາຊົນ.
ຄຸ້ມຄອງໂຄງການຂຸດຄົ້ນບໍ່ແຮ່ ເຊັ່ນ: ການປະຕິບັດສັນຍາສຳປະທານໃຫ້ເຂັ້ມງວດກວ່າເກົ່າ, ການລາຍງານຂໍ້ມູນການຂຸດຄົ້ນແຮ່ໃຫ້ຊັດເຈນ, ຊຸກຍູ້ໃຫ້ມີການລົງທຶນປຸງແຕ່ງກ່ອນການສົ່ງອອກ, ການຄວບຄຸມນໍ້າໜັກລົດບັນທຸກແຮ່ ທີ່ສ້າງຄວາມເສຍຫາຍໃຫ້ແກ່ເສັ້ນທາງຄົມມະນາຄົມ.
ກວດກາຄືນການປະສານສົມທົບ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການລົງທຶນດ້ານກະສິກຳ ຕ້ອງຮັບປະກັນເຮັດໃຫ້ປະຊາຊົນມີສ່ວນຮ່ວມ ເພື່ອສະກັດກັ້ນການບຸກລຸກປ່າສະຫງວນ.
ສະເໜີ ຄະນະສະມາຊິກສະພາແຫ່ງຊາດ ວາງແຜນ ລົງພົບປະຜູ້ມີສິດເລືອກຕັ້ງໃຫ້ທົ່ວເຖິງ ໂດຍສະ ເພາະ ເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ເຂດຊາຍແດນ, ໃນນັ້ນ ຄວນປະສານສົມທົບ ອົງການປົກຄອງທ້ອງຖິນ, ແນວລາວສ້າງຊາດ, ສະຫະພັນນັກ ຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ເພື່ອຊ່ວຍຮຽກໂຮມປະຊາຊົນ ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແຕ່ລະເທື່ອ.
ການເຂົ້າຮ່ວມກອງປະຊຸມສະພາ ຂອງສະມາຊິກສະພາແຫ່ງຊາດ ແມ່ນມີຄວາມຕັ້ງໜ້າສູງ ແຕ່ການປະກອບຄວາມເຫັນ ແລະ ຊັກຖາມບັນຫາຕ່າງໆ ຂອງສະມາຊິກສະພາຈາກແຕ່ລະເຂດເລືອກຕັ້ງຍັງບໍ່ທົ່ວເຖິງ. (ບາງທ່ານມີການປະກອບຄວາມເຫັນຫຼາຍຄັ້ງ ແລະ ບາງທ່ານບໍ່ມີການປະກອບຄວາມເຫັນ).



