ໃນວັນທີ 29 ພະຈິກ 2024 ໄດ້ມີພິທີ ມອບ-ຮັບ ແລະ ເປີດນໍາໃຊ້ຖໍ້າກະສິກໍາ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປີດປ້າຍອະນຸສອນສະຖານຖໍ້າປະຫວັດສາດແຫ່ງນີ້ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາແລະປ່າໄມ້, ມີ ຮອງເຈົ້າແຂວງໆຫົວພັນ,ອົງການປົກຄອງທ້ອງຖິ່ນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.
ໂຄງການບູລະນະຖໍ້າແຫ່ງນີ້ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ປີ 2019, ປັດຈຸບັນແມ່ນສໍາເລັດ 100% ເຊິ່ງມີມູນຄ່າການບູລະ ນະປົວແປງ 3.5 ຕື້ກວ່າກີບ. ຖໍ້າດັ່ງກ່າວ ຕັ້ງຢູ່ບ້ານພູໄຊ, ເມືອງ ວຽງໄຊ, ແຂວງຫົວພັນ ຫ່າງຈາກຕົວເມືອງວຽງໄຊ ປະມານ 2 ກິໂລແມັດ, ມີເນື້ອທີ່ປະມານ 3,326 ຕາແມັດ, ເປັນຖໍ້າທີ່ມີມູນ ເຊື້ອທາງດ້ານປະຫວັດຂອງຂະແໜງການກະສິກໍາ ແລະປ່າໄມ້, ເຊິ່ງພາຍຫລັງການມອບຮັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງໄຊ ຈະເປັນຜູ້ຄຸ້ມຄອງ, ໂດຍການຈັດພະນັກງານວິຊາການມາປະຈຳການ, ບໍລິການ ໃນການຈັດເປັນສະຖານທີ່ຝຶກອົບຮົມ, ປະຊຸມ/ສຳມະນາ, ເປັນບ່ອນຮຽນຮູ້, ສະຖານທີ່ທ່ອງທ່ຽວ, ຂາຍເຄື່ອງທີ່ລະນຶກ ແລະ ຜະລິດຕະພັນກະສິກຳ ແລະ ອື່ນໆ.
ທີ່ມາ: ຂ່າວກະສິກຳ








