ແຂວງໄຊສົມບູນ ຈັດງານສະແດງສິລະປະ-ວັນນະຄະດີ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊສົມບູນ ໃນຄໍາຄືນຂອງວັນທີ 28 ພະຈິກ ນີ້ ທີ່ເດີ່ນກິລາແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ພະແນກການ, ອົງການ, ກົມກອງ, ລັດວິສາຫະກິດຜູ້ປະກອບການ ຕະຫຼອດຮອດມວນຊົນທຸກທົ່ວໜ້າ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນ ແລະ ກ່າວເປີດພິທີ ວ່າ: ການຈັດງານສະແດງສີລະປະ-ວັນນະຄະດີ ໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນທ່າມ ກາງບັນຍາກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນສ້າງຂະບວນການຕ່າງໆຢ່າງຟົດຟື້ນ ເພື່ອຕ້ອນຮັບວັນສໍາຄັນຂອງຊາດ ໂດຍສະເພາະຂໍ່ານັບຮັບຕ້ອນ 3 ວັນປະຫວັດທີ່ສໍາຄັນຂອງຊາດລາວເຮົາ ແລະ ສະ ເຫຼີມສະຫຼອງປີທ່ອງທ່ຽວ 2024 ຊຶ່ງປີນີ້ ລັດຖະບານ ໄດ້ກຳນົດເປັນປີທ່ອງທ່ຽວລາວ ພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນ ວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ”ແຂວງໄຊສົມບູນ ກໍໄດ້ສຸມໃສ່ຫ້າງຫາກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວ ໂດຍຕິດພັນກັບການສົມໂພດຫໍຫຼັກເມືອງ ແລະ ພຸດທະພິເສກຮູບປັ້ນຫຼໍ່ເຈົ້າອະນຸ ວົງ ປີທີ 3 ເຊິ່ງປະກອບມີບັນດາກິດຈະກຳ ຄື: ກິດຈະກຳຄາລາວານທ່ອງທ່ຽວພູເບ້ຍ, ເທດສະການອາຫານ, ງານວາງສະແດງຜະ ລິດຕະພັນສິນຄ້າ, ຫັດຖະກຳ ແລະ ທ່ອງທ່ຽວ ແລະ ຕິດພັນກັບກິດຈະກຳບຸນປະເພ ນີຂອງປະຊາຊົນບັນດາເຜົ່າ, ເພື່ອເປັນການສົ່ງເສີມ ແລະ ອະນຸລັກວັດທະນະທຳຮີດຄອງປະເພນີອັນດີງານຂອງຊາດ ກໍຄືຂອງປະຊາ ຊົນບັນດາເຜົ່າຊາວແຂວງໄຊສົມບູນ ໃຫ້ຢືນຍົງຕະຫຼອດໄປ.
ການສະແດງຄັ້ງນີ້ ໄດ້ຮັບຊົມການສະແດງ ສິລະປະ-ວັນນະຄະດີທີ່ມາຈາກສິລະປະ ກອນແຫ່ງຊາດ, ກາຍຍະສິນແຫ່ງຊາດ, ສີລະປະກອນກອງທັບປະຊາຊົນລາວ, ສີລະປະຈາກສູນວັດທະນະທຳເດັກ ແຂວງວຽງຈັນ, ສູນ ວັດທະນະທຳເດັກ ແຂວງໄຊສົມບູນ ແລະ ສິລະປະກອນກອງພັນໃຫຍ່ 101 ໃນນີ້ ໄດ້ຮັບຊົມການສະແດງບົດຟ້ອນ, ກາຍຍະສິນ ແລະ ຮ້ອງເພງຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ ລວມທັງ ໝົດມີ 37 ລາຍການສະແດງ ຊຶ່ງການສະແດງແມ່ນຈະໄດ້ດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 28 ຈົນເຖິງວັນທີ 30 ຈຶ່ງຈະສຳເລັດ.
ພາບ-ຂ່າວ: ພຸດທະສອນ ເວດສະວົງ








