ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ຈັດງານ ວຽງຈັນມໍເຕີ້ເຊວ ເອັກສໂປ 2024 ໃນວັນທີ 29 ພະຈິກ 2024 ທີ່ສູນການຄ້າລາວໄອເຕັກ ນະຄອນຫວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຜູ້ຈັດການທົ່ວໄປ ບໍລິສັດລາວ ເວີນມະຫາຊົນ,
ພ້ອມດ້ວຍແຂກຮັບເຊີນຈັນວັນລາຍ.
ທ່ານ ພານະລິນ ສຸວັນນະວົງ ຜູ້ອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ງານວຽງຈັນມໍເຕີ້ເຊວ ເອັກສໂປ 2024 ຈັດຂຶ້ນປີນີ້ເປັນ ຄັ້ງທີ 2 ພາຍໃຕ້ແນວຄິດ ເທັກໂນໂລຊີ ນະວັດຕະກຳລົດ ກ້າວສູ່ອະນາຄົດ ໃນລະຫວ່າງວັນທີ 30 ພະຈິກ – 8 ທັນວາ 2024 ເພື່ອເປັນການສົ່ງເສີມການຂາຍ ທັງລົດທີ່ໃຊ້ພະລັງງານນໍ້າມັນ ແລະ ລົດທີ່ໃຊ້ພະລັງງານໄຟຟ້າ ເຊິ່ງກໍມີທັງ ຄຸນນະພາບ ມາດຕະຖານ ແລະ ລາຄາທີ່ແຕກ ຕ່າງກັນໄປ ຍ້ອນແນວນັ້ນຈຶ່ງກໍໃຫ້ເກີດ ມີຄວາມຄິດ ທີ່ຈະໃຫ້ຂໍ້ມູນຜູ້ຊົມໃຊ້ ສາມາດປຽບທຽບຂໍ້ມູນຕ່າງໆ ຂອງລົດແຕ່ລະລຸ້ນ, ແຕ່ລະຍີ້ຫໍ້ໄດ້ຢ່າງທົ່ວເຖິງ ບັນດາຜູ້ຜະລິດ ແລະ ຕົວແທນຈຳໜ່າຍ ກໍບໍ່ສາມາດນໍາສະເໜີຜະລິດຕະພັນ, ສິນຄ້າ ແລະ ການບໍລິການ ເຮັດການຕະຫຼາດ, ການໂຄສະນາຂອງຕົນ ໄປສູ່ກຸ່ມລູກຄ້າເປົ້າໝາຍ ໄດ້ທົ່ວເຖິງເຊັ່ນດຽວກັນ.
ທັ້ງນີ້ ເພື່ອສົ່ງເສີມການແຂ່ງຂັນວົງການຍານພາຫະນະ ໃນລາວໃຫ້ເຕີບໂຕຂຶ້ນຕື່ມ ແລະ ເຫັນໄດ້ເຖິງຄວາມສຳຄັນລະຫວ່າງຄວາມຕ້ອງການຂອງຜູ້ຊື້ ແລະ ການຕອບສະໜອງຂອງຜູ້ຂາຍ ທາງບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ, ຈຶ່ງເຂົ້າມາມີສ່ວນ ຮ່ວມ ເພື່ອເປັນສື່ກາງ ໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດໄດ້ມີການໂຄສະນາໃຫ້ຄວາມຮູ້ກ່ຽວກັບນະວັດຕະກຳໃຫມ່ໆຂອງລົດໃຫ້ແກ່ກຸ່ມລູກຄ້າເປົ້າໝາຍ ເພື່ອເປັນຂໍ້ມູນໃນການ ຕັດ ສິນໃຈຊື້ລົດ.
ທ່ານ ຈັນສະໝອນ ສີສະອາດ ຮອງຫົວຫນ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳແລະການຄ້າ ກ່າວວ່າ: ງານວາງສະແດງ ວຽງຈັນ ມໍເຕີ້ເຊວ ເອັກສໂປ 2024 “(Vientiane Motor sale EXPO 2024) ເປັນການຊຸກຍູ້ສ້າງໂອກາດໃຫ້ກັບຄ້າຍລົດຕ່າງໆ ໄດ້ກໍານົດເງື່ອນໄຂທີ່ແຕກຕ່າງກັນ ເພື່ອເຮັດກິດຈະກໍາໃນການສົ່ງເສີມການຂາຍຢູ່ຕະຫຼາດພາຍໃນໃຫ້ດີຂື້ນຕາມລໍາດັບ, ດັ່ງທີ່ທຸກທ່ານໄດ້ຮູ້ກັນແລ້ວວ່າ ໃນປະຈຸບັນ ອຸດສາຫະກຳລົດທຸກປະເພດ ບໍ່ວ່າຈະເປັນລົດທີ່ໃຊ້ນໍ້າມັນ ຫລື ໃຊ້ໄຟຟ້າ ກໍລ້ວນແຕ່ເຕີບໃຫຍ່ ຕາມສະພາບການຂະຫຍາຍຕົວຂອງປະຊາກອນພາຍໃນປະເທດ ຢ່າງຕໍ່ເນື່ອງ. ພ້ອມນັ້ນ ຍັງມີແນວໂນ້ມທີ່ຈະເພີ່ມຂື້ນຢ່າງກ້າວກະໂດດ, ພ້ອມດຽວກັນນີ້ ການຈັດງານດັ່ງກ່າວກໍ່ຍັງເປັນການກະຕຸ້ນເສດຖະກິດ ການແຂ່ງຂັນທາງດ້ານການຄ້າ, ເສດຖະກິດຂອງຊາດໃຫ້ຄຶກຄື້ນ, ເວົ້າສະເພາະແມ່ນເຮັດໃຫ້ເສດຖະກິດມີການຫມູນວຽນ ເຮັດໃຫ້ການຄ້າ ແລະ ການລົງທຶນ ມີການຂະຫຍາຍຕົວ.
ການຈັດງານວາງສະແດງລົດຄັ້ງນີ້ ໄດ້ມີການວາງສະແດງກ່ຽວກັບລົດຫຼາຍປະເພດ, ທີ່ຕິດພັນກັບລົດລວມທັງເຕັກໂນໂລຊີໃໝ່ໆ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສິນຄ້າປະເພດລົດຍີ່ຫໍ້ຕ່າງໆທີ່ມາຈາກຫລາກຫລາຍຄ້າຍລົດ ມີທັງໝົດ 55 ຫ້ອງ, 18 ຢີ່ຫໍ້ ເຊັ່ນ: ລົດໄຟຟ້າ, ລົດປະຢັດນ້ຳມັນ ໃນຍຸກປະຈຸບັນ ທີ່ເສດຖະກິດກຳລັງ ຢູ່ໃນພາວະວິກິດ ເພື່ອມາແກ້ໄຂ ແລະ ຊ່ວຍຜູ້ຂັບຂີ່, ຜູ້ຊົມໃຊ້ພາຍໃນ ກໍຄືປະຊາຊົນລາວ ໃຫ້ໄດ້ໃຊ້ລົດທີ່ ເໝາະສົມກັບ ຄຸນນະພາບ ແລະ ລາຄາ, ພ້ອມດຽວກັນນີ້ ການຈັດງານດັ່ງກ່າວກໍເປັນກົນໄກໜຶ່ງທີ່ທາງພາກລັດໃຫ້ຄວາມສຳຄັນໃນການສົ່ງເສີມການຄ້າເພື່ອກະຕຸ້ນເສດຖະກິດ, ດຶງດູດການຄ້າ ແລະ ການລົງທຶນຂອງນັກທຸລະກິດຂອງລາວ ແລະ ສາກົນໃຫ້ນັບມື້ເຂັ້ມແຂງຕາມຍຸກເຊື່ອມໂຍງກັບສາກົນ.
ພິເສດໃນງານນີ້ ທາງດ້ານນອກ ໄດ້ມີຫ້ອງວາງສະແດງສຳລັບສິນຄ້າທ່າແຮງ ແລະ ສິນຄ້າໂອດອບ ຂອງລາວ ມາຮ່ວມວາງສະແດງ ຈຳນວນ 21 ຫ້ອງ ແລະ ຫ້ອງວາງສະແດງຂອງກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຈຳນວນ 01 ຫ້ອງ, ປະເພດສິນຄ້າທ່າແຮງຂອງລາວ ທີ່ນຳມາວາງສະແດງ ປະເພດສິນຄ້າ ຫັດຖະກຳ, ເຄື່ອງນຸ່ງ, ເຄື່ອງດື່ມ, ອາຫານ ແລະ ຢາພື້ນເມືອງ, ເພື່ອເປັນການໂຄສະນາສິນຄ້າລາວ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນ ໂຄສະນາໃຫ້ຄົນລາວ ຫັນມາຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ນັບມື້ນັບຂື້ນຫຼາຍຂຶ້ນ. ນອກຈາກນີ້ຍັງມີກິດຈະກຳອື່ນໆ ຢ່າງຫລາກຫລາຍ.








