ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫລວງວຽງຈັນ ປະເມີນຜົນການຈັດຕັ້ງປະຕິບັດແຜນພັັດທະນາເສດຖະກິດ-ສັງຄົມຄັ້ງທີ IX

Nov 30, 2024

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນຄັ້ງທີ 42 ໄດ້ຈັດຂຶ້ນວັນທີ 29 ພະຈິກ 2024 ທີ່ ສຳນັກງານປົກຄອງນະ ຄອນຫຼວງວຽງຈັນ ເປັນປະທານ ຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີ ບັນດາຮອງເຈົ້າຄອງນະຄອນຫຼວງວຽງຈັນ ສະມາຊິກອົງການປົກຄອງນະຄອນຫຼວງ ວຽງຈັນເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍງານກະກຽມຫົວຂໍ້ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາ ຊົນນະຄອນຫຼວງວຽງຈັນຊຸດທີ II ບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງນະຄອນຫຼວງ ວຽງຈັນ ການປະເມີນຜົນການຈັດຕັ້ງປະຕິບັດແຜນພັັດທະນາເສດຖະກິດ-ສັງຄົມຄັ້ງທີ IX (2024-2025)ໂດຍສະເພາະ 8 ແຜນງານ ຫຼື ໂຄງການບູລະນະ ການຈັດຕັ້ງປະຕິບັດ 20 ໂຄງການໃຫຍ່ລະດັບຊາດ ແລະ ບົດດາໂຄງການປິ່ນອ້ອມເພື່ອບັນລຸເປົ້າ ໝາຍໃຫຍ່ຂອງແຜນການ 5 ປີ ຄຽງຄູ່ກັນນັ້ນໃນກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົານິຕິກຳສ້າງໃໝ່ຄື: 1) ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງ ຈັນ 2)ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນນະຄອນ ຫຼວງວຽງຈັນ 3) ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລະບົບການບຳບັດນໍ້າເປື້ອນຢູ່ນະຄອນຫຼວງວຽງຈັນ ແລະ ການປະເມີນການຈັດຕັ້ງປະຕິບັດນິຕິກຳທີ່ສະພາປະຊາຊົນນະຄອນຫຼວງວຽງຈັນໄດ້ຮັບຮອງໂດຍສະເພາະ ຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນສະບັບເລກທີ 142/ຈນວ ລົງວັນທີ 26 ກຸມພາ 2024 ແລະ ຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນຄອງນໍ້າວຽງຈັນສະບັບເລກທີ 0966/ຈນວ ລົງວັນທີ 11 ພະຈິກ 2019.
ພາຍຫຼັງຮັບຟັງລາຍງານແລ້ວ ທ່ານປະທານກອງປະຊຸມກໍໄດ້ມີຄຳຖາມເຈາະຈິີ້ມ ແລະ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ບັນດາບົດລາຍງານຕ່າງໆ ເພື່ອໃຫ້ບົດລາຍງານມີເນື້ອໃນຄົບຖ້ວນສົມບູນ.
ທີ່ມາ: ປຸ້ຍ, ວຽງຈັນໃໝ່/VientianeMai
May be an image of 8 people and text