ໃນວັນທີ 29 ພະຈິກ 2024 ທ່ານ. ພຸດ ສີມມາລາວົງ ລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານກຳມາທິການແຫ່ງຊາດ ເພື່ອອຸຍແນັສໂກ ໄດ້ເດີນທາງມາເຄື່ອນໄຫວຊຸກຍູ້ວຽກງານມໍລະດົກໂລກວັດພູຈຳປາສັກ ພິທີຕ້ອນຮັບຈັດຂຶ້ນທີ່ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ມີທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ຖວທ ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ,
ໃນໂອກາດນີ້ ທ່ານປະທານກຳມາທິການແຫ່ງຊາດ ເພື່ອອຸຍແນັສໂກ ໄດ້ຟັງລາຍງານສະພາບການປະຕິບັດວຽກງານວັດພູ ເປັນຕົ້ນ ການບູລະນະປະຕິສັງຂອນສະຖານບູຮານຜາສາດຫີນວັດພູຈຳປາ ສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ ແລະ ພື້ນທີ່,ນັບແຕ່ປີ 2001 ຫາປີ 2024 ເປັນເວ 23 ປີ ເຊັ່ນ ໂຄງສ້າງໂຮງຊາວ,ໂຮງງົວນັນທິນ,ເສົາເສ,ການຮັກສາ ແລະ ຟື້ນຟູສະພາບແວດລ້ອມ ຕະຫຼອດຮອດ ສິລະປະວັດທະນະທຳຂອງຊາວເມືອງທີ່ນອນໃນເຂດພື້ນທີ່ມໍລະດົກໂລກວັດພູຈຳປາສັກ ແລະ ອື່ນໆ.
ໂດຍການຮ່ວມມື,ສະໜັບສະໜູນຂອງຕ່າງເທດ,ອົງການຈັດຕັ້ງສາກົນ ໂດຍຜ່ານອົງການຢູແນັດສະໂກ,ເຮັດໃຫ້ມໍລະດົກໂລກວັດພູຈໍາປາສັກມີຫຼາຍດ້ານໄດ້ຮັບການບູລະນະປະຕິສັງຂອນຈົບງມ ແລະ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວຢ່າງຫຼວງຫຼາຍ.
ພາຍຫຼັງຟັງລາຍງານ ທ່ານ ພຸດ ສີມມາລາວົງ ໄດ້ມີຄຳເຫັນນອກຈາກໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ວຽກງານມໍລະດົກໂລກວັດພູຈຳປາສັກໃນໄລຍະຜ່ານມາແລ້ວ ກໍຍັງໄດ້ຊີ້ນຳ ເນັ້ນໃຫ້ພະແນກ ຖວທ ແຂວງ,ຂະແໜງມໍລະດົກໂລກວັດພູ ຈຳປາສັກສືບຕໍ່ປະຕບັດພາລະບົດບາດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ,ເປັນເຈົ້າການພົວພັນຮ່ວມມື,ປະສານສົມທົບ ກັບປະເທດເພື່ອນມິດ,ອົງການຈັດຕັ້ງສາກົນ ເພື່ອດຶງດູດທຶນຮອນມາສືບຕໍ່ປົກປັກສາມໍລະດົກທີ່ມີແລ້ວໃຫ້ເກີດປະໂຫຍດສູງສຸດ,ສືບຕໍ່ຂະຫຍາຍໂຄງການຂຸດຄົ້ນຊອກຫາແຫຼ່ງວັດຖຸບູຮານແຫ່ງໃໝ່ ໃຫ້ໄດ້ຮັບການບູລະນະປະຕິສັງຂອນຕື່ມອີກ .
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ







