ວັນທີ 29 ພະຈິກ 2024 ນີ້ ກະຊວງປ້ອງກັນປະເທດ ຈັດພິທີປະກາດ ການສ້າງຕັ້ງກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ.
ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງກອງບັນຊາການທະຫານຊາຍແດນ ກອງທັບປະຊາ ຊົນລາວ ວ່າ: ກອງບັນຊາການທະຫານຊາຍແດນ ກອງທັບປະຊາ ຊົນລາວ ແມ່ນຢູ່ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງຮອບດ້ານຈາກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ເສນາທິການກອງທັບ, ລະບົບການຈັດຕັ້ງດ້ານວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ ແມ່ນຂຶ້ນກັບກົມໃຫຍ່ການເມືອງກອງທັບ, ດ້ານວຽກງານເຕັກນິກວິຊາສະເພາະ, ວຽກງານປັບປຸງກໍ່ສ້າງກໍາລັງ ຂຶ້ນກັບກົມໃຫຍ່ເສນາທິການກອງທັບ, ດ້ານວຽກງານພະລາທິການ, ງົບປະມານ ແລະ ເງິນເດືອນຂຶ້ນກັບກົມໃຫຍ່ພະລາທິການກອງ ທັບ ເປັນຫົວໜ່ວຍງົບປະມານເອກະລາດ ແລະ ດ້ານວຽກງານເຕັກນິກ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ມີພາລະບົດບາດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບປົກປັກຮັກສາປະເທດຊາດ, ປົກປ້ອງອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ກໍຄືເສັ້ນຊາຍແດນແຫ່ງຊາດ, ເປັນກຳລັງຫຼັກແຫຼ່ງ ໃນການເຮັດໜ້າທີ່ປ້ອງກັນຊາຍແດນ ແລະ ວຽກງານການປັບປຸງກໍ່ສ້າງກໍາລັງເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບ ກໍຄືການຊ່ວຍເຫຼືອປັບປຸງອໍານາດການປົກຄອງທ້ອງຖິ່ນຕາມການມອບໝາຍຂອງຂັ້ນເທິງ.
ຄະນະບັນຊາກອງບັນຊາການທະຫານຊາຍແດນ ປະກອບມີ:
1. ພົນຈັດຕະວາ ສີ ທະວີໄຊ ເປັນຮັກສາການຫົວໜ້າການເມືອງ
2. ພັນເອກ ອຸ່ນຄຳ ສີແຫວນວົງສັກ ເປັນຮັກສາການຜູ້ບັນຊາການທະຫານຊາຍແດນ
3. ພັນເອກ ອໍາພັນ ໄຊຍາສຸບັດ ເປັນຮອງຫົວໜ້າຜູ້ບັນຊາການ ທັງເປັນຫົວໜ້າຫ້ອງເສນາທິການ
4. ພັນເອກ ດາວໄກ ເລີດລີວັນ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ
5. ພັນເອກ ສັກສິດ ພິຈິດ ເປັນຮອງຫົວໜ້າກອງບັນຊາການ ທັງເປັນຫົວໜ້າຫ້ອງສືບຂ່າວຊາຍແດນ
6. ພັນໂທ ພຸດສະດີ ເລືອງວັນໄຊ ເປັນຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາ ທັງເປັນຫົວໜ້າຫ້ອງພະລາທິການ
7. ພັນໂທ ຄໍາປານ ບົວລະບັດ ເປັນຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານເຕັກນິກທັງເປັນຫົວໜ້າຫ້ອງເຕັກນິກ
ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ ຄະນະພັກ-ຄະນະບັນຊາກອງບັນຊາທະຫານຊາຍແດນ ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກອງທັບ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ເຄື່ອນໄຫວໃຫ້ຖືກຕ້ອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ຖືກກັບທິດນໍາ ແລະ ຫຼັກການຂອງພັກ, ຕັ້ງໜ້າປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມສາມາດຂອງກົມກອງ ພ້ອມທັງ ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສະເພາະ ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ບົດຮຽນ ແລະ ປະສົບ ການຕ່າງໆຕາມການຕົກລົງຂອງຂັ້ນເທິງ ແລະ ອື່ນໆ.
ທີ່ມາ: Lao people’s Army News





