ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຕລ ສຳລັດການເປັນເຈົ້າພາບຈັດກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະ ອາຊຽນ

Nov 30, 2024

ວັນທີ 29 ພະຈິກ 2024 ທີ່ໂຮງແຮມ ສຸພັດຕາ ນະຄອນ ຫຼວງວຽງຈັນ. ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະ ພັນບານເຕະອາຊຽນ AFF ORDINARY CONGRESS VIENTIANE 2024 ໂດຍມີຕົວແທນ 12 ປະເທດສະມາຊິກ, ຕົວແທນຈາກ ສະຫະພັນບານເຕະນາໆຊາດ (FIFA), ຕົວແທນຈາກ ສະຫະພັນບານ ເຕະອາຊີ (AFC) ແລະ ແຂກຖືກເຊີນເຂົ້າ ຮ່ວມ.
ທ່ານ ຈານນີ້ ອິນຟານຕິໂນ້ (Gianni Infantino) ປະທານ FIFA ໄດ້ສົ່ງສານສະແດງຄວາມຊົມເຊີຍຜ່ານທາງອອນລາຍ ພ້ອມສືບຕໍ່ຊຸກຍູ້ຢືນກາຍພັດທະນາບານເຕະໃນອາຊຽນໃຫ້ກ້າວຂື້ນ ເປັນຕົ້ນແມ່ນການພັດທະນາບານເຕະເຍົາວະຊົນໂດຍມີໂປແກຣມ FIFA FOOTBALL FOR SCHOOL ຊຶ່ງຈະໄດ້ສ້າງເງື່ອນໄຂໃຫ້ກັບບັນດາເຍົາວະຊົນໃຫ້ເຂົ້າເຖິງການຫລິ້ນກິລາບານ ເຕະພາຍໃນໂຮງຮຽນ, ພ້ອມທັງສະແດງຄວາມຍິນດີນໍາບັນດາປະເທດອາຊຽນໄດ້ເປັນເຈົ້າພາບຈັດລາຍການແຂ່ງຂັນລາຍການໃຫຍ່ໆ ຂອງຟີຟາ ຕື່ມອີກ.
ໃນວາລະກອງປະຊຸມ ໄດ້ມີການສະຫຼຸບລາຍງານກິດຈະກໍາໃນປີຜ່ານມາ ພ້ອມທັງອະນຸມັດແຜນກິດຈະກໍາ ແລະ ແຜນງົບປະມານໃນປີ 2025.
ອີກໜຶ່ງວາລະທີ່ສໍາຄັນຂອງກອງປະຊຸມຄັ້ງນີ້ ກໍ່ຄືການຕົກລົງເຫັນດີເລືອກສະມາຊິກຄະນະບໍລິຫານງານ ສະຫະພັນບານເຕະອາຊຽນ 1 ທ່ານ ໂດຍແມ່ນ ທ່ານ PYE PHYO TAY ZA ຈາກ ປະເທດມຽນມາ ຈະດໍາລົງຕໍາແຫນ່ງຈົນເຖິງ 2026.
ທີ່ມາ: ສຕລ
May be an image of 8 people, dais and text