ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາສອງວັນປະຫວັດສາດຂອງຊາດຢູ່ສະຖານທູດລາວ ປະຈຳ ສປ ຈີນ

Dec 1, 2024

ວັນທີ 30 ພະຈິກ 2024 ສະຖານທູດລາວ ທີ່ນະຄອນ ຫລວງປັກກິ່ງ, ສປ ຈີນ ໄດ້ຈັດພິທີປາຖະກະຖາ ມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ທີ 13 ທັນວາ ຄົບຮອບ 104 ປີ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ສົມພອນ ສີຈະເລີນ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ. ມີຄະນະພັກ, ຄະນະນຳສະຖານທູດ, ພ້ອມດ້ວຍ ພະນັກງານການທູດລາວ, ນັກສືກສາລາວທີ່ກໍາລັງສືກສາຢູນະຄອນຫລວງປັກກິ່ງ ແລະ ເມືອງອ້ອມ ຂ້າງ ກໄດ້ຂົ້າຮ່ວມຮັບຟັງຢ່າງພ້ອມພຽງລວມທັງຫມົດ 140 ທ່ານ.
ໃນພິທີດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນຊາດທີ 2 ທັນວາ, ຫມາກຜົນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 49 ປີຜ່ານມາ ແລະ ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ທີ່ ສປປ ລາວ ເປັນເຈົ້າພາບ. ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ໃນການພາລະກິດຕໍ່ສູ້ກູ້ຊາດກໍຄືພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ.
ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ໄດ້ສ້າງມູນເຊື້ອການເຄື່ອນໄຫວປະຕິວັດຢ່າງອົງອາດກ້າຫານ, ຍອມເສຍສະຫລະທຸກສິ່ງຢ່າງເພື່ອຊາດ ແລະ ເພື່ອປະຊາຊົນ ຈົນກາຍມາເປັນນັກຮົບປະຕິວັດຜູ້ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກປະຕິຮູບ, ເປັນນັກປຸກລະດົມຂົນຂວາຍ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນຊາດ, ເປັນຜູ້ທີ່ມີຄຸນສົມບັດສີນທໍາປະຕິວັດອັນສູງສົ່ງ, ມີທັດ ສະນະມະຫາຊົນກວ້າງຂວາງ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ແລະ ເປັນຜູ້ວາງແນວທາງການຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ປະເທດຊາດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບຢຸງຍົກລະດັບເປັນກ້າວໆມາ, ບົດບາດຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ນັບມື້ພົ້ນເດັ່ນຂຶ້ນ.
ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ເພື່ອເປັນທິດທາງ ແລະ ປຸກລະດົມແນວຄິດຈິດໃຈຂອງບັນດາພະນັກງານການທູດລາວ ແລະ ນັກສືກສາລາວ ທີ່ຈະກາຍເປັນກໍາລັງແຮງຂອງຊາດໃນຕໍ່ໜ້າ ໄດ້ຮຽນຮູ້ເອົາມູນເຊື້ອຂອງຊາດ, ຄຸນງາມຄວາມດີ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດອັນດີງາມ ຂອງປະທານ ໄກສອນ ພົມວິຫານ ໝູນໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກ, ພະນັກງານຜູ້ດີເດັ່ນ ແລະ ເປັນປັນຍາຊົນທີ່ມີຄຸນນະພາບ ເພື່ອສືບຕໍ່ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕາມຍຸກສະໄໝ.
ທີ່ມາ: ທູດລາວ ປະຈຳ ສປ ຈີນ