ວັນທີ 1 ທັນວາ 2024 ກົງກັບມື້ຂຶ້ນ 1 ຄໍ່າ ເດືອນ1ລາວ (ເດືອນຈຽງ) ສະມາຄົມຈີນ, ຮ່ວມກັບການນຳ ແລະ ປະຊາຊົນຊາວນະຄອນປາກເຊ ແຂວງຈຳປາສັກ, ໄດ້ຈັດຂະບວນແຫ່ ສະເຫຼີມສະຫຼອງເຈົ້າປູ່ສົບເຊ ທີ່ນະຄອນປາກເຊ ແຂວງຈຳປາສັກ ຢ່າງຄືກຄື້ນ ແລະ ຍິ່ງໃຫຍ່ ໂດຍ ເປັນກຽດເຂົ້າຮ່ວມມີທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ, ທ່ານ ປອ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ໄພທູນ ປະທຸມທອງ ປະທານສະມາຄົມຈີນ ແຂວງຈຳປາສັກ, ມີສະມາຄົມຈີນ ປະຈຳແຂວງສະຫວັນນະເຂດ, ສະມາຄົມຈີນ ປະຈຳນະຄອນຫຼວງວຽງຈັນ, ບັນດານັກທຸລະກິດ, ຄົນລາວ, ຊາວຈີນ, ຊາວຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງຈຳປາສັກເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ໄພທູນ ປະທຸມທອງ ປະທານສະມາຄົມຈີນ ປະຈຳແຂວງຈຳາສັກ ກ່າວວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຈັດພິທີ ແຫ່ສະເຫຼີມສະຫຼອງເຈົ້າປູ່ສົບເຊຂຶ້ນໃນປີນີ້ ຮ່ວມກັບການນຳ ແລະ ປະຊາຊົນຊາວແຂວງຈຳປາສັກ. ຊາວຈີນ, ຊາວຫວຽດນາມ ຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ໄປພ້ອມກັບຜົນສຳເລັດການບູລະນະ ປະຕິສັງຂອນ ສານເຈົ້າປູ່ນໄລຍະທີ່ຜ່ານມາ.
ການຈັດພິທີໄຫວ້ ແລະ ແຫ່ເຈົ້າປູ່ສົບເຊ ທີ່ນະຄອນປາກເຊ ແຂວງຈຳປາສັກຄັ້ງນີ້ ກໍ່ເພື່ອປະຕິບັດຕາມຄວາມເຄົາລົບນັບຖືຂອງຊາວເມືອງ ນັບແຕ່ຊາວລາວ, ຊາວຈີນ, ຊາວຫວຽດນາມ ຢູ່ແຂວງຈຳປາສັກ ທີ່ເຄີຍສືບທອດ ແລະ ປະຕິບັດກັນມາແຕ່ດົນນານ, ເປັນການສະແດງຄວາມເຄົາລົບບູຊາ ແລະ ຂໍພອນຈາກເຈົ້າປູ່ໃຫ້ມີຄວາມຢູ່ເຢັນເປັນສຸກ, ການຄ້າຂາຍ ຫຼືທຳທຸລະກິດໃຫ້ຈະເລີນກ້າວໜ້າ. ພິເສດການຈັດພິທີຂະບວນແຫ່ຢ່າງຍິ່ງໃຫຍ່ຄືແນວນີ້ ເພື່ອເປັນການສະແດງເຖິງຄວາມຫຼາກຫຼາຍ ທາງດ້ານສິລະປະວັດທະນະທຳຂອງຊາວຈີນ ບົນດິນແດນອະລິຍະທຳພາກໃຕ້ລາວ, ເຮັດໃຫ້ສັງຄົມລາວ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຫຼາຍຂຶ້ນ. ທັງເປັນການເປີດໂອກາດໃຫ້ຜູ້ຄົນໄດ້ຮ່ວມກັນກາບໄຫວ້ ຂໍພອນຢ່າງເປັນຂະບວນກ້ວາງຂວາງ.
ພິທີໄຫວ້ ແລະ ແຫ່ເຈົ້າປູ່ສົບເຊ ໄດ້ເລີ່ມຈາກສານເຈົ້າປູ່ສົບເຊ (ປາກແມ່ນໍ້າເຊໂດນ) ຝັ່ງທ່າຫີນ ໄປຍັງແຄມຂອງ ບ້ານທ່າຫີນ, ທ່າໄຮ, ຂ້າມຂົວເຊໂດນ ເຂົ້າມາຜ່ານຫໍຫຼັກເມືອງ, ສະມາຄົມຫວຽດນາມ, ສະມາຄົມຈີນ, ຜ່ານສູນການຄ້າຈຳາສັກ, ລ້ຽວໄປແຄມຂອງບໍລິສັດຈຳປາຄຳ, ຜ່ານບໍລິສັດ ແລະ ຄຸ້ມບ້ານຕ່າງໆພາຍໃນນະຄອນປາກເຊ ແລ້ວຈິ່ງກັບຄືນເຂົ້າສູ່ ສານເຈ້ົ້າປູ່ ສົບເຊ ເພື່ອທຳການໄຫວ້ ບູຊາ ແລະ ທຳພິທີສະເຫຼີມສະຫຼອງຢ່າງຄຶກຄື້ນຕະຫຼອດ 3 ວັນ ຈິ່ງຈະສຳເລັດ.
ເກດສະໜາ ແກ້ວຸວັນນະແສງ








