ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊົມເຊີຍ 49 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

Dec 2, 2024

ວັນທີ 2 ທັນວາ ວັນທີ່ມີຄວາມໝາຍສໍາຄັນທີ່ສູດສໍາລັບປະຊາຊົນລາວ ທັງຊາດ ເພາະແມ່ນວັນສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕປະຊາຊົນລາວ. ຊຶ່ງມາຮອດປີນີ້ ໝູນວຽນມາບັນຈົບຄົບຮອບ 49 ປີພໍດີ. ການສະຖາປະນາ ສປປ ລາວ ແມ່ນເຫດການທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ເພາະເປັນການລົບລ້າງຢ່ງສິ້ນເຊີງລະບອບສັກດີນາ-ຫົວເມືອງຂຶ້ນທີ່ແກ່ຍາວມາຕັ້ງຫລາຍຮ້ອຍປີຢູ່ປະເທດເຮົາ ແລະ ເປັນການໄຂສັງກາດໃໝ່ໃນປະຫວັດສາດການຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວເຮົາ ຊຶ່ງປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າໄດ້ກາຍ ເປັນເຈົ້າຂອງປະເທດຊາດທີ່ມີເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ.
49 ປີທີ່ຜ່ານມາ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ, ປະຕິບັດບັນດາຫຼັກການພື້ນຖານລັດທິມາກ-ເລນິນ ນັບແຕ່ເລີ່ມກໍ່ສ້າງພັກ ແລະ ຖືແນວຄິດ ໄກສອນ ພົມວິຫານ ປະກອບເຂົ້າເປັນເນື້ອແທ້ ແລະ ຫຼັກມູນຂອງພັກ ປະກອບດ້ວຍຊົນຊັ້ນກຳມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດທີ່ກ້າວໜ້າ ນັບມື້ເຕີບໃຫຍ່ຂະຫຍາຍຕົວ. ພັກນໍາພາ ປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
30 ກວ່າປີ ແຫ່ງການດໍາເນີນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ ການດໍາເນີນແນວທາງປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ, ສ້າງໄດ້ການຫັນປ່ຽນຢ່າງໃຫຍ່ຫຼວງ ເຮັດໃຫ້ປະເທດຊາດມີໂສມໜ້າໃໝ່, ລະບົບການເມືອງໄດ້ ຮັບການປັບປຸງບູລະນະໃຫ້ໜັກແໜ້ນ, ເຂັ້ມແຂງ. ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ອັດຕາການເຕີບໂຕຂອງເສດຖະກິດສະເລ່ຍເພີ່ມຂຶ້ນໃນແຕ່ລະໄລຍະ ໂດຍສະເພາະໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ເຄິ່ງສະໄໝເພີ່ມຂຶ້ນ ສະເລ່ຍ 4.1%, ສໍາລັບ ປີ 2023 ບັນລຸ 4.5%; ລວມຍອດຜະລິດຕະພັນພາຍໃນ ຫລື GDP ສະເລ່ຍຕໍ່ຫົວຄົນກໍເພີ່ມຂຶ້ນ.
ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ, ປະເທດລາວໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເງິນກີບອ່ອນຄ່າ, ເງິນເຟີ້, ຄ່າຄອງຊີບສູງ, ສິນຄ້າແພງ, ເຮັດໃຫ້ GDP ມີທ່າອ່ຽງຫຼຸດລົງ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃນປີ 2021 ໄດ້ 2,595 ໂດລາສະຫະລັດ, ປີ 2022 ໄດ້ 2,022 ໂດລາສະຫະລັດ ແລະ ສົກ 2023- 2024 ຄາດວ່າຈະໄດ້ 1,777 ໂດລາສະຫະລັດ. ພົ້ນເດັ່ນ ແມ່ນການຈັດເກັບລາຍຮັບເຂົ້າງົບປະມານ ນັບຕັ້ງແຕ່ປີ 2021 ເປັນ ຕົ້ນມາ ແມ່ນໄດ້ເກີນແຜນການ 4 ປີ ຕິດຕໍ່ກັນ.
ວຽກງານຄົມມະນາຄົມຂົນສົ່ງສືບຕໍ່ພັດທະນາຢ່າງຕັ້ງໜ້າ. ພິເສດ ພາຍຫຼັງເປີດນໍາໃຊ້ເສັ້ນທາງດ່ວນ ແລະ ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້ານັບມື້ເພີ່ມຂຶ້ນຢ່າງກ້າວກະໂດດ. ທົ່ວປະເທດສາມາດພົ້ນທຸກແລ້ວ 976,644 ຄອບຄົວ, 5,438 ບ້ານ, 64ເມືອງ, ສ້າງຄອບຄົວພັດທະນາໄດ້ 779,119 ຄອບຄົວ, 2.150 ບ້ານ, ບ້ານໃຫຍ່ກາຍເປັນຕົວເມືອງຢູ່ຊົນນະບົດ 25 ບ້ານ, ເມືອງເຂັ້ມແຂງ ຮອບດ້ານ 6 ເມືອງ ແລະ ແຂວງເປັນຫົວໜ່ວຍຍຸດທະສາດ ໄດ້ 2 ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ອື່ນໆ.
ວັນຊາດທີ 2 ທັນວາ ແມ່ນໄຊຊະນະຈາກໝາກຜົນແຫ່ງກໍາລັງແຮງສັງລວມຂອງຊາດ, ສົມທົບກັບກໍາລັງແຮງຂອງຍຸກສະໄໝຜ່ານຂະບວນວິວັດແຫ່ງການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ໃນແຕ່ລະໄລຍະປະຫວັດສາດ ໄດ້ສ່ອງແສງໃຫ້ ເຫັນການສ້າງປະຫວັດສາດຂອງຊາດລາວ ດ້ວຍກ້ອນກໍາລັງມະຫາສາມັກຄີຂອງປວງຊົນລາວ ພ້ອມກັນຕີຕ້ານຈັກກະພັດຕ່າງດ້າວ.
ການເຮັດການປະຕິວັດ ເພື່ອຍາດເອົາເອກະລາດມາໃຫ້ແກ່ປະເທດຊາດ ເປັນສິ່ງທີ່ຍາກລຳບາກ ແຕ່ການປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃຫ້ມີຄວາມຈະເລີນກ້າວໜ້າທຽບເທົ່າປະເທດອື່ນທີ່ພັດທະນາແລ້ວ ໃນໂລກຍິ່ງຍາກລຳບາກກ່ວາ.
ດັ່ງນັ້ນ, ດ້ວຍຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນສະຫງ່າລາສີຂອງວັນຊາດວັນທີ 2 ທັນວາ ແລະ ຊື່ນຊົມຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະ 49 ປີຜ່ານມາ ຍິ່ງກ່ວາເວລາໃດໝົດ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ຍິ່ງຕ້ອງໄດ້ເຊີດຊູນໍ້າໃຈຮັກຊາດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸດຕິທຳ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.
ຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 49 ປີ ຢ່າງສຸດໃຈ
ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ !!!
May be an image of body of water and the Panama Canal