ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ມີການອະໄພຍະໂທດ ແກ່ນັກໂທດ 2,716 ຄົນ

Dec 2, 2024

ວັນທີ 2 ທັນວາ 2024 ນີ້ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດມົນຕີ ລັດຖະມົນຕີກະຊວງ ປກສ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ຖະແຫລງການ ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ວ່າ:
ເນື່ອງໃນໂອກາດວັນສະຖາປານາ ສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 2024 ຄົບຮອບ 49 ປີນີ້; ຜ່ານການກວດກາ, ຄົ້ນຄ້ວາຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຂອງລະບົບຍຸຕິທໍາ; ລັດຖະບານ ໄດ້ສະເໜີ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ສະບັບເລກທີ 248/ປປທ, ລົງວັນທີ 26 ພະຈິກ 2024 ເຊິ່ງໄດ້ຕົກລົງໃຫ້ອະໄພຍະໂທດ ແກ່ນັກໂທດ ທັງໝົດ 2,716 ຄົນ, ຍິງ 357 ຄົນ; ຕ່າງປະເທດ 26 ຄົນ, ຍິງ 4 ຄົນ; ໃນນີ້, ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ ຈໍານວນ 2,339 ຄົນ, ຍິງ 294 ຄົນ, ຄົນຕ່າງປະເທດ 19 ຄົນ, ຍິງ 4 ຄົນ; ອະໄພຍະໂທດ ດ້ວຍການປ່ອຍຕົວ ຈໍານວນ 377 ຄົນ, ຍິງ 63 ຄົນ, ຄົນຕ່າງປະເທດ 7 ຄົນ.