ວັນທີ 2 ທັນວານີ້ ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງສານອວຍພອນເຖິງທ່ານທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ສປປລາວ ໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບ ຮອບ 49 ປີ.
ເນື້ອໃນສານອວຍພອນຂອງທ່ານຫວາງຢີ້ລະບຸວ່າ: ນັບແຕ່ຕົ້ນປີ 2024 ຜ່ານມານີ້, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ຮັບຜົນງານຢ່າງອຸດົມສົມບູນ, ສອງພັກສອງລັດມີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງເລື້ອຍໆ, ຄວາມໄວ້ເນື້ອເຊື່ອກັນດ້ານການເມືອງໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນແຕ່ລະຂົງເຂດໄດ້ລົງສູ່ລວງເລິກຢ່າງຕໍ່ເນື່ອງ. ຈີນສະແດງຄວາມຊົມເຊີິຍຕໍ່ ສປປລາວ ທີ່ໄດ້ປະຕິບັດໜ້າທີ່ປະເທດປະ ທານໝູນວຽນອາຊຽນຢ່າງສຳເລັດຜົນ, ໄດ້ເສີມຂະຫຍາຍບົດ ບາດທີ່ມີລັກສະນະສ້າງສັນໃນເວທີພາກພື້ນແລະສາກົນ.
ຂ້າພະເຈົ້າຍິນດີຮັກສາການແລກປ່ຽນຢ່າງໃກ້ຊິດກັບທ່ານທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ, ປະຕິບັດຕາມທິດທາງຍຸດທະສາດທີ່ກຳນົດໄວ້ໂດຍຜູ້ນຳສູງສຸດຂອງສອງພັກແລະສອງລັດ, ເພີ່ມທະວີການໄປມາຫາສູ່ກັນ, ແລະການຮ່ວມມືຈີນ-ລາວໃນຂອບສອງຝ່າຍແລະຫຼາຍຝ່າຍ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ທີ່ມາ: CMG



