ວັນທີ 2 ທັນວາ 2024 ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ຂື້ນທີ່ຫ້ອງວ່າການເມືອງ, ໃຫ້ກຽດປະຖະກະຖາຂອງ ສະຫາຍ ສີໄລ ສີສະແຫວງສຸກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊເສດຖາ, ມີບັນດາສະຫາຍກ່ນນໍາພັກ-ລັດຂອງເມືອງ, ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດເລຂາພັກຮາກຖານ ນາຍບ້ານ ເຂົ້າຮ່ວມ.
ໃນພິທີ ສະຫາຍ ສີໄລ ສີສະແຫວງສຸກ ໄດ້ຍົກໃຫ້ເຫັນ ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຢ່າງແທ້ຈິງ, ທັງເປັນວັນແຫ່ງການກ້າວໄປສູ່ຍຸກສະໄໝໃໝ່ແຫ່ງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ, ພ້ອມນັ້ນ ທ່ານກໍຍັງໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນໃນນໍາພາ-ຊີ້ນຳຂອງບັນດາຂະແໜງການອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດ 49 ປີຜ່ານມາ, ພ້ອມນັ້ນ ທ່ານໄດ້ຜ່ານປະຫວັດການກໍາເນີດ ກໍຄື ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ທີ່ຕິດພັນກັບຂະບວນການປະຕິວັດ ໃນແຕ່ລະໄລຍະ, ຍັງຍົກໃຫ້ເຫັນຄຸນງາມຄວາມດີ ແລະ ແບບຢ່າງ, ໃນພາລະກິດຕໍ່ສູ້ອັນພິລະອາດຫານ ບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກ ໃນຂະບວນການຕໍ່ສູ້ປົດປ່ອຍຊາດກໍ່ຄືພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນລະບອບໃໝ່. ເພື່ອລະນຶກເຖິງຜົນງານຄຸນງາມຄວາມດີ, ຄຸນສົມປະຕິບັດສິນທຳປະຕິວັດ, ເປັນແບບຢ່າງທີ່ດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກທີ່ມີຕໍ່ພັກຕໍ່ປະເທດຊາດ.
ໃນໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ຕະຫຼອດຮອດພະນັກງານ-ລັດຖະກອນ ສະມາຊິກພັກ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອ, ຮໍ່າຮຽນເອົາຄຸນສົມບັດ ທັດສະນະປະຕິວັດ ແບບແຜນໃນການນຳພາ ແບບແຜນການດຳລົງຊີວິດ ແລະແບບຢ່າງທີ່ດີເລີດຂອງປະທານໄກສອນ ພົມວິຫານ, ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ ໃຫ້ມີຜົນສຳເລັດໃຫ່ມໄດ້ຢ່າງຕັ້ງໜ້າພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄປ.
ໃນຕອນທ້າຍພິທີຍັງໄດ້ມອບຂອງຂວັນ ໃຫ້ພະນັກງານບໍານານ ເພື່ອເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງຂອງອາດີດການນຳ ທີ່ໄດ້ນຳພາ-ຊີ້ນຳວຽກງານຜ່ານມາ.
ຂ່າວ: ອຳໄພພອນ ເຄືອສົມບັດ




