ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ເປັນແຂວງທີ 2 ທີ່ນຳໃຊ້ລະບົບ 5 ຈີ

Dec 3, 2024

ສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ ຮ່ວມກັບພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດີຈີຕອນ ທີ່ຫ້ອງປະຊຸມຂອງຫ້ອງ ວ່າການແຂວງສະຫວັນນະເຂດ ໃນວັນທີ 28 ພະຈິກ 2024 ຜ່ານມານີ້. ມີ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງ ສະຫວັນນະເຂດ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະການສື່ສານ ພ້ອມດ້ວຍພາກສ່ວນຕ່າງໆ ຈາກກະຊວງ ແລະຈາກແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ເຜີຍແຜ່ກ່ຽວກັບຄວາມຮູ້ພື້ນຖານ ຂອງການຫັນເປັນດີຈີຕອນ ໃຫ້ ແກ່ພະນັກງານຈາກພະແນກການ ແລະ ຂະແໜງການພາຍ ໃນແຂວງສະຫວັນນະເຂດ ເພື່ອຍົກລະດັບ ຄວາມຮູ້ຄວາມເຂົ້າໃຈທາງດ້ານດີຈີຕອນ, ແນະນຳການນໍາໃຊ້ເຄື່ອງມືດິຈິຕອນ, ການສ້າງ ແລະ ບໍລິຫານການຈັດການຂໍ້ມູນດິຈິຕອນ, ຄວາມປອດໄພ ທາງດ້ານໄຊເບີ້, ແຜນພັດທະນາບຸກຄະລາກອນ ເພື່ອຄວາມພ້ອມ ແລະ ພັດທະນາໃນຍຸກດີຈີຕອນ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາພະແນກການ ແລະຂະແໜງການຕ່າງໆພາຍ ໃນແຂວງໃນວຽກງານການບໍລິຫານ ແລະບໍລິຫານລັດດີຈີຕອນຢ່າງທົ່ວເຖິງ ພ້ອມທັງເປັນການຜັນຂະຫຍາຍຍຸດທະສາດການຫັນເປັນດີຈີຕອນ, ການພັດທະນາຊັບພະຍາກອນມະນຸດດີຈີຕອນ, ບັນດານິຕິກຳກ່ຽວກັບການຫັນເປັນດີຈີຕອນ ຂອງ ສປປ ລາວ.
ໃນໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ຍັງໄດ້ມອບ ເງິນ 83 ລ້ານກີບ ໃຫ້ແກ່ພະແນກ ວິທະຍາສາດ, ເຕັກໂນໂລຊີ ແລະ ການສື່ສານແຂວງສະຫວັນນະເຂດ ຕື່ມອີກ.