ວັນທີ 3 ພະຈິກ 2024, ເກີດເຫດການດິນຍຸບຢູ່ກາງນາ ເຂດບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍບໍ່ຮູ້ສາເຫດ ຈຸດທີ່ເກີດດິນຍຸບ ຫ່າງຈາກເຮືອນຄົນ ປະມານ 800 ແມັດ, ຍຸບເລິກລົງໄປ 10 ກວ່າແມັດ, ກວ້າງປະມານ 20 ກວ່າແມັດ ແລະ ຍັງເຈື່ອນຢ່າງຕໍ່ເນື່ອງ.
ປະຊາຊົນຜູ້ເຫັນເຫດການເລົ່າວ່າ ເຫດການເກີດຂຶ້ນເວລາປະ ມານ 1 ໂມງກາງຄືນ ໄດ້ຍິນສຽງດັງຄຶກໂຄມຂຶ້ນ ແຕ່ບໍ່ຮູ້ວ່າແມ່ນສຽງຫຍັງ ຈົນຕື່ນຂຶ້ນມາຕອນເຊົ້າ ຈຶ່ງໄດ້ມາເຫັນວ່າດິນຍຸບ.
ປັດຈຸບັນ, ປະຊາຊົນໄດ້ເອົາເຊືອກຟາງມາອ້ອມໝາຍເຂດດັ່ງກ່າວໄວ້ ແລະ ຮຽກຮ້ອງເຖິງພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາ ເຫດການດ່ັງກ່າວດ້ວຍ.
ພາບ: Phaet Xaiyasone






