ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມພົບປະນັກວິເຄາະຂ່າວ ລາວ-ຈີນ

Dec 3, 2024

ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດກອງປະຊຸມພົບປະນັກວິເຄາະຂ່າວ ລາວ-ຈີນ ຂຶ້ນໃນວັນທີ 3 ທັນວາ 2024 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີ ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸູໂທລະພາບສູນກາງຈີນ ປະຈໍາ ສປປ ລາວ, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ມີບັນດາຫົວໜ້າກົມ, ອົງການສື່, ຫົວໜ້າບັນນາທິການຂ່າວ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອນໍາສະເໜີກິດຈະກຳການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນວິທະຍຸໂທລະພາບສູນ ກາງຈີນ ໂດຍເນັ້ນໃສ່ການເຮັດບົດຂ່າວການວິເຄາະກ່ຽວກັບ 3 ຫົວຂໍ້ຄື: ຄູ່ຮ່ວມຊະຕາກໍາລາວ-ຈີນ, ໜຶ່ງແລວໜຶ່ງເສັ້ນທາງ, ຂໍ້ລິເລີ່ມການພັດທະນາໃນທົ່ວໂລກ. ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຮູ້ຫຼັກການ ແລະ ວິທີການເຮັດບົດວິເຄາະ ເພື່ອຂຽນສົ່ງແຂ່ງຂັນໃນໂຄງການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດ ລາວ-ຈີນ ເຊິ່ງການແຂ່ງຂັນຄັ້ງນີ້, ສື່ມວນຊົນທັງ ສອງປະເທດສາມາດສົ່ງບົດວິເຄາະຂອງຕົນເຂົ້າທາງອີເມວ ທີ່ທາງຄະນະກໍາມະການໄດ້ກໍານົດໄວ້ ຫລັງຈາກນັ້ນຄະນະກຳມະການຈະຄັດເລືອກເອົາບົດວິເຄາະຕາມທີ່ໄດ້ກໍານົດຕາມເງື່ອນໄຂ ເຊິ່ງການແຂ່ງຂັນດັ່ງກ່າວຈະຈັດຂຶ້ນພາຍໃນປີ 2025 ທີ່ຈະມາເຖີງນີ້.