ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນສະມາຄົມມິດຕະພາບ ກູບາ – ລາວ ແລະ ນັກສິລະປະຟ້ອນບາເລ່ ແຫ່ງຊາດກູບາ ຢ້ຽມຢາມ ລາວ

Dec 3, 2024

ຄະນະຜູ້ແທນສະມາຄົມມິດຕະພາບ ກູບາ – ລາວ ແລະ ນັກສິລະປະ ຈໍານວນ 16 ສະຫາຍ, ນໍາໂດຍ ສະຫາຍ ນາງ ວຽງໄຊ ວານເດັດສ ຮັກສາການປະທານສະມາຄົມມິດຕະພາບ ກູບາ – ລາວ ຜູ້ອໍານວຍການຟ້ອນບາເລ່ ແຫ່ງຊາດກູບາ ພ້ອມດ້ວຍຄະນະ ມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 30 ພະຈິກ – 2 ທັນວາ ນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ ຄົບ ຮອບ 50 ປີ (4 ພະຈິກ 1974 – 4 ພະຈິກ 2024).
ໃນວັນທີ 1 ທັນວາ 2024, ຄະນະຜູ້ແທນສະມາຄົມມິດຕະພາບ ກູບາ-ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຂໍ່ານັບ ສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບລາວ-ກູບາ, ໃນວັນດຽວກັນຄະນະກໍໄດ້ສືບຕໍ່ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໃນໂອກາດດັ່ງກ່າວບັນດາສະຫາຍການນໍາຂັ້ນສູງ ຂອງພັກ, ລັດ ລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນສະມາຄົມມິດຕະພາບ ກູບາ – ລາວ.
ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ. ນອກນັ້ນ, ສອງຝ່າຍ ໄດ້ແຈ້ງສະພາບ ການອັນພົ້ນເດັ່ນ ຂອງ ສປປ ລາວ ກໍຄືການເຄື່ອນໄຫວອັນພົ້ນເດັ່ນ ຂອງແຕ່ລະອົງການ ໃຫ້ຄະນະຜູ້ແທນຊາບ. ສ່ວນສະຫາຍ ນາງ ວຽງໄຊ ວານເດສ ຕ່າງໜ້າຄະນະໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະ ນະຜູ້ແທນສະມາຄົມມິດຕະພາບ ກູບາ-ລາວໃນການເດີນທາງຢ້ຽມຢາມລາວໃນຄັ້ງນີ້
ໃນຕອນຄໍ່າ ຂອງວັນດຽວກັນ, ຄະນະຜູ້ແທນ ສ ກູບາ ໄດ້ສະແດງສິລະປະຟ້ອນບາເລ່ ຢູ່ຫໍວັດທະນະທໍາແຫ່ງຊາດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການ ທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ; ໃນງານດັ່ງກ່າວ ນັກສະແດງໄດ້ສະແດງທັກສະການຟ້ອນບາເລ່ທີ່ເປັນເອກະລັກ, ມີຄວາມງົດງາມ ເຮັດໃຫ້ບັນຍາກາດໃນງານດັ່ງກ່າວມີຄວາມໝາຍ ແລະ ມີຜົນສໍາເລັດຢ່າງຈົບງາມ. ພ້ອມນັັ້ນ, ໄດ້ມີພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ສະຫາຍ ນາງ ວຽງໄຊ ວານເດັດສ ຊຶ່ງເປັນຫຼຽນສູງສົ່ງ ຂອງ ລັດຖະບານແຫ່ງ ສປປ ລາວ ເພື່ອຊົມເຊີຍ ແລະ ຕອບແທນຄຸນງາມຄວາມດີ ທີ່ສະຫາຍໄດ້ປະກອບສ່ວນເສີມຂະຫາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ ກູບາ.
ການຢ້ຽມຢາມ ແລະ ສະແດງສິລະປະ ໃນຄັ້ງນີ້ ຂອງ ຄະນະຜູ້ແທນ ສ ກູບາ ນອກ ຈາກເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຍັງເປັນການເຄື່ອນ ໄຫວການທູດປະຊາຊົນ ກໍຄືການແລກປ່ຽນສິລະປະ-ວັດທະນະທໍາ, ທັງເປັນການປະ ກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ກູບາ.
ນອກຈາກການເຮັດວຽກ ແລະ ສະແດງສິລະປະ ຄະນະຜູ້ແທນຍັງໄດ້ຢ້ຽມຊົມສະຖານທີ່ທອ່ງທ່ຽວປະຫວັດສາດວັດທະນະທໍາ ໃນນະຄອນຫຼວງວຽງຈັນ.
ຂ່າວ: ຄຕພ: ພາບ: ແສງຈັນ