ວັນທີ 3 ທັນວາ 2024 ທີ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຂອງສະພາແຫ່ງຊາດ ແລະ ການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ. ທ່ານໃຫ້ຮູ້ວ່າ: ຜົນສໍາເລັດການເຄື່ອນໄຫວວຽກງານປະຈໍາປີ 2024 ໂດຍສະເພາະດ້ານນິຕິບັນຍັດໄດ້ສໍາເລັດການປັບປຸງ, ຮຽບຮຽງກົດໝາຍ ຈໍານວນ 13 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX,ກະກຽມຮ່າງກົດໝາຍ ຈໍານວນ 9 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງຢູ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8,ໄດ້ຄົ້ນຄວ້າປັບປຸງເນື້ອໃນຮ່າງລັດຖະທໍາມະນູນ, ຈັດຕັ້ງການທາບທາມ ແລະ ປະເມີນລັດຖະທຳມະນູນ ສະບັບປີ 2015 ໃນຂອບເຂດທົ່ວປະເທດ, ໄດ້ສໍາເລັດຮ່າງລັດຖະທໍາມະນູນ ສະບັບປັບປຸງເບື້ອງຕົ້ນ,ໄດ້ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ໄດ້ຈຳນວນ 7 ຄັ້ງ,ໄດ້ດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ ຈໍານວນ 4 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ ຊື່ງໄດ້ລາຍງານຕໍ່ກອງປະຊຸມສະພາ ແຫ່ງຊາດ ຄັ້ງທີ8.
ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ມີຈໍານວນ 8 ຫົວຂໍ້ໃຫຍ່ ແລະ ຮັບຮອງອອກເປັນມະຕິສະພາແຫ່ງຊາດ ໄດ້ 20 ສະບັບ; ກອງປະຊຸມສະໄໝສາມັນ ເທື່ອທີ 8 ມີ 15 ຫົວຂໍ້ໃຫຍ່ ແລະ ຈະຮັບຮອງອອກເປັນມະຕິສະພາແຫ່ງຊາດ ຈໍານວນ 22 ສະບັບ, ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມປະຈໍາເດືອນຂອງຕົນ ໄດ້ຈໍານວນ 15 ຄັ້ງ (ວິສາມັນ 2 ຄັ້ງ) ແລະ ພິຈາລະນາ 138 ເນື້ອໃນ, ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ຈໍານວນ 137 ສະບັບ.ດ້ານການຕິດຕາມກວດກາໄດ້ລົງເຄື່ອນໄຫວຕິດຕາມກວດກາ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ທັງໝົດ 60 ຄັ້ງ ໂດຍຫົວຂໍ້ຕິດ ຕາມກວດກາ ແມ່ນພົວພັນກັບບັນຫາເຄັ່ງຮ້ອນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ແລະ ອື່ນໆ,ໄດ້ຮັບຄໍາສະເໜີຜ່ານໂທລະສັບສາຍດ່ວນ ສົ່ງເຖິງກອງປະຊຸມຂອງສະພາແຫ່ງ ຊາດ ຄັ້ງທີ 6 ແລະ 7 ລວມມີທັງໝົດ 1.603 ສາຍ ແລະ ສາມາດສັງລວມເນື້ອໃນໄດ້ 990 ເລື່ອງ, ໄດ້ສົ່ງໃຫ້ອົງ ການ ແລະ ພາກສ່ວນກ່ຽວຂ້ອງແລ້ວ ຈໍານວນ 30 ພາກສ່ວນ, ໄດ້ຮັບຟັງການຊີ້ແຈງຈາກພາກສ່ວນຕ່າງໆ ຢູ່ໃນກອງປະຊຸມສະໄໝສາມັນທື່ອທີ 7 ມີຈໍານວນ 12 ພາກສ່ວນ ກວມເອົາ 45 ຄໍາຊັກຖາມ ແລະ ກອງປະຊຸມສະໄໝສາມັນເທື່ອທີ 8 ມີການຊີ້ແຈງ ຈໍານວນ 18 ພາກສ່ວນ,ປີ 2024 ໄດ້ພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຈໍານວນ 301 ເລື່ອງ ຂອງຈໍານວນຄໍາຮ້ອງເຂົ້າມາໃນປີນີ້, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ຈຳນວນ 350 ເທື່ອຄັ້ງ.
ການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ,ຕໍ່ກັບວຽກງານຂອງສານປະຊາຊົນ:ບັນຫາຈັນຍາບັນ, ຈັນຍາທໍາ, ຄວາມຮັບຜິດຊອບຂອງ ຜູ້ພິພາກສາ, ພະນັກງານສານຂັ້ນຕ່າງໆ ເຖິງວ່າຕະຫຼອດໄລຍະຜ່ານມາ ທັງສອງອົງການກໍ່ໄດ້ສຸມໃສ່ບໍາລຸງກໍ່ສ້າງທາງດ້ານການ ເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ລວມທັງວຽກງານວິຊາສະເພາະ ໃຫ້ແກ່ຜູ້ພິພາກສາ ແລະ ພະ ນັກງານ ຢ່າງເປັນປົກກະຕິ ແຕ່ກໍ່ຍັງເຫັນວ່າ ຫາງສຽງຂອງສັງຄົມ ກໍ່ຄື ຄຳເຫັນຂອງປະຊາຊົນ ຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະ ພະນັກງານສານຂັ້ນຕ່າງໆ ສືບຕໍ່ມີຫຼາຍຢູ່ ໂດຍສະເພາະແມ່ນການຕັດສິນ, ພິພາກສາຄະດີຂອງຜູ້ພິພາກສາ ແລະ ການສັ່ງຟ້ອງຜູ້ຖືກຫາ ຫຼື ອອກຄໍາສັ່ງຂອງພະນັກງານໄອຍະການ,ການ ດໍາເນີນຄະດີຂອງສານປະຊາຊົນເຖິງວ່າໄດ້ມີການປັບປຸງແບບ ແຜນວິທີເຮັດວຽກລະອຽດ ແຕ່ກໍຍັງເຫັນວ່າການດໍາເນີນຄະດີຍັງມີຄວາມຊັກຊ້າ, ກາຍກໍານົດເວລາທີ່ກົດໝາຍກໍານົດໄວ້, ການກວດກາຊັ່ງຊາ ຕີລາຄາຫຼັກຖານ, ການລົງເກັບກໍາຂໍ້ມູນ ແລະ ກວດກາສະຖານທີ່ເກີດຂໍ້ຂັດແຍ່ງຕົວຈິງ, ການໂຕ້ແຍ່ງໂຕ້ຖຽງຢູ່ທີ່ປະຊຸມສານ, ການວິນິດໄສ, ການລົງຄໍາເຫັນບໍ່ທັນຮັບປະກັນຫຼັກການຂອງການດໍາເນີນຄະດີ, ບາງກໍລະນີ ຍັງບໍ່ທັນຮັບປະກັນຄຸນນະພາບ ເທົ່າທີ່ຄວນ.
ຕໍ່ກັບວຽກງານຂອງອົງການໄອຍະການປະຊາຊົນ:ບັນຫາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາ ຍັງບໍ່ທັນເຂັ້ມ ງວດ, ເດັດຂາດ ໂດຍສະເພາະ ການຕິດຕາມກວດກາການ ນໍາໃຊ້ນິຕິກໍາຂອງອົງການລັດ; ການປະຕິບັດກົດໝາຍ ຂອງເຈົ້າໜ້າ ທີ່ສືບສວນ-ສອບສວນ, ການປະຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ,ການດໍາເນີນຄະດີບາງກໍລະນີ ຍັງບໍ່ທັນຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ເປັນຕົ້ນ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານບໍ່ຄົບຕາມ4ອົງປະກອບຂອງການກະທໍາຜິດທາງອາຍາ,ສະມາຊິກສະພາ
ແຫ່ງຊາດຍັງໄດ້ມີບາງຂໍ້ສະເໜີແລະ ມາດຕະການແກ້ໄຂຕໍ່ການເຄື່ອນໄຫວວຽກງານຂອງທັງສອງອົງການ ໂດຍສະເພາະແມ່ນ,ຖືວຽກງານ ການບໍາລຸງສ້າງ ແລະ ສ້າງຂີດຄວາມສາມາດໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານໄອຍະການປະຊາຊົນ ເປັນວຽກບູລິມະສິດ ແລະ ເລືອກເຟັ້ນເນື້ອໃນ ຫຼື ຫົວຂໍ້ໃນການຝືກອົບຮົມໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ,ເພີ່ມທະວີຄວາມເຂັ້ມ ງວດໃນການດໍາເນີນຄະດີ ຕາມກົດໝາຍ ເປັນຕົ້ນ: ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ການດໍາເນີນຄະດີອາຍາ ຕ້ອງຮັບປະກັນຫຼັກການຂອງການດໍາເນີນຄະດີ ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ແລະ ຮັບປະກັນໃຫ້ການດໍາເນີນຄະດີຖືກຕ້ອງຕາມກົດໝາຍ ຄວາມເປັນຈິງ, ຍຸຕິທໍາ, ມີຄວາມວ່ອງໄວ ແລະ ມີຄຸນນະພາບດີຂຶ້ນ,ເພີ່ມທະວີການປະສານສົມທົບລະຫວ່າງອົງ ການທີ່ຮັບຜິດຊອບໃນການດໍາເນີນຄະດີໃຫ້ເປັນລະບົບ, ກົມ ກຽວ, ສອດຄ່ອງຕາມພາລະບົດບາດ ແລະ ມີຄວາມເປັນເອກະ ພາບ ຫຼີກເວັ້ນການກ້າວກ່າຍ ພາລະບົດບບາດ, ສິດ ແລະ ໜ້າທີ່ ເຊິ່ງກັນ ແລະກັນ ລວມທັງການຊຸກຍູ້, ຕິດຕາມກວດກາການ ປະຕິບັດບົດບັນທຶກ 4 ພາກສ່ວນ ໃຫ້ເຂັ້ມງວດຂຶ້ນຕື່ມ ແລະ ອື່ນໆ.



