ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ອະນຸມັດສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ເໜືອ-ໃຕ້

Dec 4, 2024

ຕາມຂ່າວຈາກຮ່າໂນ້ຍ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ໄດ້ລົງມະຕິຜ່ານນະໂຍບາຍການລົງທຶນສ້າງທາງລົດໄຟ ຄວາມໄວສູງ ສາຍເໜືອ-ໃຕ້ ມູນຄ່າ 1,7 ພັນຕື້ດົງ.​
ໂຄງການ​ດັ່ງກ່າວ ​ມີ 3​ ໄລຍະ​ ງົບປະມານ ຄື: ປີ 2021-2025 ມູນ​ຄ່າ 538 ຕື້​ດົ່ງ, ປີ 2026-2030 ມູນ​ຄ່າ 841,7 ຕື້​ດົ່ງ, ​ແລະ ຮອບ​ປີ 2031-2030 ມູນ​ຄ່າ 871,3ຕື້​ດົງ.
ລົດໄຟມີໄລຍະທາງ ລວມທັງໝົດ 1.541 ກິໂລແມັດ ເລີ່ມ ຕົ້ນ ຈາກສະຖານີຫງອກໂຫຍ່ ໃນນະຄອນຫລວງ ຮ່າໂນ້ຍ ຕັດຜ່ານ 20 ເມືອງ ແລະ ແຂວງ ສິ້ນສຸດທີ່ສະຖານີ ຖູຕຽມ ໃນນະ ຄອນ ໂຮ່ຈິນມິນ ຫລັງຈາກທີ່ຫວຽດນາມມີການສຶກສາຕົ້ນແບບ ລົດໄຟຄວາມໄວສູງທົ່ວໂລກ ປະມານ 18ປີແລ້ວ.
ຂ່າວ: ສະໄຫວ ລາດປາກດີ
May be an image of 2 people, train and railroad