ວັນທີ 3 ທັນວາ 2024, ນະຄອນຫຼວງພະບາງ ໄດ້ຈັດພິທີ ເປີດໂຄງການບູລະນະສ້ອມແປງສະຖານທີ່ທ່ອງທ່ຽວພູສີ ແລະ ໂຄງການປົກປັກຮັກສາມໍລະດົກການສະແດງ ພະລັກ-ພະລາມ ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ເຊິ່ງຊ່ວຍ ເຫຼືອໂດຍລັດຖະບານອິນເດຍ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປຣາຊ່ານ ອາກຣາໂວ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນປີ 2024 ຫຼວງພະບາງໄດ້ຮັບການຊ່ວຍເຫຼືອຈາກລັດຖະ ບານອິນເດຍ ເຂົ້າໃນການບູລະນະປະຕິສັງຂອນອາຮາມ, ສົ່ງເສີມສິລະປະການສະແດງ ແລະ ພັດທະນາສະຖານທີ່ທ່ອງທ່ຽວ ທັງ ໝົດ 3 ໂຄງການ ລວມມູນຄ່າ 148,869 ໂດລາສະຫະລັດ, ການຊ່ວຍເຫຼືອຂອງລັດຖະບານອິນເດຍ ຕໍ່ແຂວງຫຼວງພະບາງຄັ້ງນີ້ ແມ່ນເປັນການປະກອບສ່ວນອັນໃຫຍ່ຫຼວງ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ທັງເປັນການສົ່ງເສີມໃຫ້ເມືອງມໍລະດົກໂລກຫຼວງພະບາງ ມີຊື່ສຽງດັງກ້ອງໄກໄປທົ່ວບັນດາປະເທດໃນໂລກ.
ຂໍ້ມູນ-ພາບ: ເກສອນ






