ທ່ານ ສຸນີ ນາມມະບົວລີ ວ່າການຫົວໜ້າພະແນກສຶກສາ ທິການ ແລະ ກິລາ ແຂວງສາລະວັນ, ກຳມະການກອງເລຂາ ຈັດ ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້, ການກໍ່ສ້າງອັດສະຈັນ, ເດີ່ນບານເຕະສະໜາມໃຫຍ່ ສຳເລັດ 100% ແລະ ສາມາດແຂ່ງຂັນໄດ້, ສໍາລັບ 5 ເດີ່ນ ທີ່ຈະມີການຈັດການແຂ່ງຂັນຢູ່ຂອບເຂດສະໜາມພິທີເປີດ-ປິດ ແມ່ນໄດ້ສຳເລັດ, ຍັງພຽງການຕີເສັ້ນຂອບສະ ໜາມ.
ນອກຈາກນັ້ນ, ການກະກຽມດ້ານທີ່ພັກຂອງບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ໄດ້ຈັດສັນໄວ້ໃນແຕ່ລະໂຮງຮຽນ ມີຄວາມພ້ອມໃນການຮອງຮັບ, ຊຶ່ງໃນວັນທີ 3 ທັນວາ 2024 ແມ່ນສາ ມາດເປີດໃຫ້ຄູຝຶກ-ນັກກິລາໄດ້ເຂົ້າມາປະຈຳໄດ້.
ສ່ວນດ້ານການຝຶກຊ້ອມຂອງ 12 ສະຫະພັນກິລາ ໄດ້ນຳພານັກກິລາເຂົ້ານອນສູນ ແຕ່ຕົ້ນເດືອນພະຈິກ ແລະ ສາມາດຄັດ ເລືອກນັກກິລາໄດ້ຄົບຕາມຈຳນວນ, ທັງມີຄວາມພ້ອມທີ່ຈະເຂົ້າ ຮ່ວມການແຂ່ງຂັນໃນງານມະຫະກຳກິລານັກຮຽນມັດທະຍົມສຶກ ສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ.
ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ມີການບັນຈຸແຂ່ງຂັນ 12 ປະເພດກິລາຄື: ບານເຕະ, ບານສົ່ງ, ບານບ້ວງ, ແລ່ນ-ລານ, ເທັກຄວັນໂດ, ກະຕໍ້, ເປຕັງ, ປິ່ງປ່ອງ, ດອກປີກໄກ່, ໝາກແລ້, ໝາກເສິກ ແລະ ໜ້າເກັກ.
ທີ່ມາ: ໜັງສືພິມສາລະວັນ






