ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສຊ ປະກອບຄໍາເຫັນໃນຮ່າງກົດໝາຍ ວ່າດ້ວຍການດຳເນີນຄະນະດີແພ່ງ ສະບັບປັງປຸງ

Dec 4, 2024

ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ IX ໃນວັນທີ 4 ທັນວາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີຍ ເຍຍປາວເຮີ ຮອງປະທານສະພາແຫ່ງ ຊາດ. ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍການດຳເນີນຄະນະດີແພ່ງ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ XVIII ພາກ, 33 ໝວດ, 386 ມາດຕາ.
ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົດໝາຍດັ່ງກ່າວ ແມ່ນເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍທີ່ກ່ຽວ ຂ້ອງ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງ ກໍຄື ການດໍາເນີນຄະດີແພ່ງໃນໄລຍະໃໝ່; ເພື່ອເຮັດໃຫ້ກົດໝາຍສາ ມາດຈັດຕັ້ງປະຕິບັດໄດ້ງ່າຍ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງປະເທດເຮົາ, ແນໃສ່ການດໍາເນີນຄະດີແພ່ງ, ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ມີຄວາມເຊື່ອໝັ້ນ ເຊື່ອຖື ແລະ ເຂົ້າ ເຖິງຂະບວນຍຸຕິທໍາໄດ້ຫລາຍຂຶ້ນ, ການດໍາເນີນຄະດີມີຄຸນນະ ພາບ ແລະ ມີຜົນສັກສິດໃນການຈັດຕັ້ງປະຕິ ບັດ; ເຮັດໃຫ້ການ ຄຸ້ມຄອງ, ຕິດຕາມກວດກາສານປະຊາຊົນ ແລະ ຜູ້ພິພາກສາ ແທດເໝາະກັບສະພາບຄວາມເປັນຈິງ.
ສຳລັບຄວາມຈໍາເປັນໃນການປັບປຸງ ໄດ້ມີມະຕິສະບັບເລກທີ 037/ກມສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງ ປະສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ມະຕິສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທຳ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ເພື່ອເປັນ ເຄື່ອງ ມື ແລະ ເປັນບ່ອນອີງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານ, ການພິຈາລະນາຕັດສິນ ແລະ ພິພາກສາຄະດີຂອງສານໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ຍຸຕິທຳ, ມີຄວາມເຊື່ອໝັ້ນຈາກປະຊາ ຊົນ ແລະ ກາຍເປັນເຄື່ອງມືຜະເດັດການສັກສິດເດັດຂາດຂອງພັກ; ເພື່ອຮວບຮວມເອົາບົດຮຽນອື່ນໃນກົດໝາຍທີ່ກ່ຽວຂ້ອງ, ລະບຽບການ, ນິຕິກຳອື່ນ ແລະ ບົດຮຽນຂອງຕ່າງ ປະເທດທີ່ພົວພັນກ່ຽວກັບວຽກງານການແກ້ໄຂບັນຫາທາງແພ່ງນໍາມາປັບ ປຸງເຂົ້າໃສ່ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງໃໝ່ສາມາດຈັດຕັ້ງປະຕິບັດໄດ້ງ່າຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ, ແກ້ບັນຫາຄະດີຫລົບໄປຫລົບມາ, ມີຄວາມຊັກຊ້າ, ແກ່ຍາວເວລາ ແລະ ອື່ນໆ.
ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ຍົກໃຫ້ເຫັນຜົນໄດ້ ຮັບພາຍຫລັງປັບປຸງກົດໝາຍວ່າດ້ວຍດໍາເນີນຄະດີແພ່ງ ສໍາເລັດ ຈະສ້າງຄວາມເຊື່ອໝັ້ນຂອງສັງຄົມ ກໍຄື ຄູ່ຄວາມ, ບຸກຄົນທີສາມ ຕໍ່ສານປະຊາຊົນ ໃນການພິຈາລະນາຕັດສິນ ຫລື ພິພາກສາຄະດີ ແພ່ງ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ; ເຮັດໃຫ້ບຸກຄົນ ແລະ ການຈັດຕັ້ງຮູ້ໄດ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ການເຄື່ອນ ໄຫວວຽກງານຂອງສານປະຊາຊົນ ກ່ຽວກັບການດໍາ ເນີນການຄະດີແພ່ງ ກໍຄື ພິຈາລະນາແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ອື່ນໆ.
ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ (ສສຊ) ຈາກແຕ່ລະເຂດເລືອກຕັ້ງໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖວ້ນ ແລະ ສົມບູນຂຶ້ນກວ່າເກົ່າ.