ໃນວັນທີ 4 ທັນວາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເປັນກຽດປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ ຄື: ວັນສະຖາປະນາ ສປປ ລາວ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ 2024) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920 – 13 ທັນວາ 2024) ໂດຍມີບັນດາທ່ານ ຄະນະພັກ-ຄະນະນຳ ອອປສ, ຄະນະໜ່ວຍພັກ, ບັນດາຫົວໜ້າກົມ, ຫ້ອງການ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ເນັ້ນເຖິງຄວາມສຳຄັນຂອງສອງວັນສຳຄັນດັ່ງກ່າວ ກໍເພື່ອສຶກສາອົບຮົມສະມາຊິກພັກ-ພະນັກງານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບປະຫວັດສາດ ແລະ ຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ ຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນໍາໆພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງພິລະອາດຫານ ຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ວ່າ ວັນສະຖາປະນາ ສປປ ລາວ ວັນຊາດ ທີ 2 ທັນວາ 1975 ແມ່ນວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະວັດທະນະຖາວອນ ຊຶ່ງແມ່ນວັນແຫ່ງໝາກຜົນລວມຍອດອັນອົງອາດກ້າຫານ ໃນການຕໍ່ສູ້ຢ່າງເສຍສະຫຼະຂອງປວງຊົນລາວທັງຊາດ.
ໃນໂອກາດດຽວກັນ, ທ່ານຍັງໄດ້ເລົ່າເຖິງປະຫວັດຫຍໍ້-ຊີວິດ ພາລະກິດຂອງ ປະທານ ໄກສອນ ພົມວິຫານ ໃນການເຄື່ອນໄຫວແຕ່ລະໄລຍະ, ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດ ອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ ເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ ແລະ ສ້າງສາປະເທດຊາດ ມີທັດສະນະມະຫາຊົນກວ້າງຂວາງ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ ເພື່ອນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.




