ທ້າຍອາທິດຜ່ານມາ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫລວງນໍ້າທາ ພ້ອມຄະນະ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ໂຮງໝໍແຂວງຫລວງນໍ້າທາ, ໂຮງໝໍຕໍາຫລວດ ແລະ ໂຮງໝໍທະຫານແຂວງ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 104 ປີ.
ເຄື່ອງຊ່ວຍເຫລືອໃນຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກ-ບໍລິໂພກ ພ້ອມເງິນສົດ 40 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນຂອງໂຮງໝໍ ພ້ອມນັ້ນຍັງໄດ້ຢ້ຽມຢາມ ແລະ ມອບເຄື່ອງໃຫ້ພະນັກງານ-ແພດໝໍ ແລະ ຄົນເຈັບທີ່ນອນປີ່ນປົວຢູ່ແຕ່ລະໂຮງໝໍ ເພື່ອເປັນການຊຸກຍູ້ຈິດໃຈ ແລະ ກໍາລັງໃຈຄົນເຈັບ ແລະ ປິ່ນປົວຄົນເຈັບ ໃຫ້ມີສຸຂະພາບແຂງແຮງ.
ຂ່າວ: ມຸນຕີ





