ທ່ານ ຄໍາໃບ ດໍາລັດ ຮອງປະທານຄະນະປະຈໍາສະພາ ແຫ່ງຊາດ ໄດ້ຖະແຫຼງຂ່າວຜົນສຳເລັດຂອງການພິຈາລະນາຮັບ ຮອງບົດລາຍງານຂອງລັດຖະບານກ່ຽວກັບຂົງເຂດວຽກງານວັດ ທະນະທໍາ-ສັງຄົມ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງບົດລາຍງານດັ່ງກ່າວ ປະກອບມີ 2 ວຽກງານ ຄື: ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການ ສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດແຜນຍຸດທະສາດການປະຕິ ຮູບລະບົບການສຶກສາແຫ່ງຊາດ ໄລຍະທີ 1 (2006-2010) ແລະ ໄລຍະທີ 2 (2010-2015) ເຫັນວ່າ: ການສຶກສາມີການຫັນປ່ຽນ ແລະ ມີຜົນສໍາເລັດຫຼາຍດ້ານ, ການສຶກສາປະຖົມພາກບັງຄັບ ໄດ້ຮັບການປັບປຸງລະບົບສາຍສາມັນສຶກສາໄດ້ເພີ່ມຈາກ 11 ປີ (5+3+3) ມາເປັນ 12 ປີ (5+4+3) ເຫັນວ່າ: ມີຄວາມເໝາະສົມ ເພາະເປັນການຍົກລະດັບຄວາມຮູ້ພື້ນຖານຂອງນັກ ຮຽນໃນສາຍສາມັນໃຫ້ມີຄວາມໜັກແໜ້ນຂຶ້ນ; ການລຶບລ້າງຄວາມບໍ່ຮູ້ໜັງສືໄດ້ດໍາເນີນຢ່າງກວ້າງຂວາງຕິດພັນກັບການປະຕິ ບັດແຜນງານລຶບລ້າງຄວາມທຸກຍາກ ຂອງລັດຖະບານ, ລະບົບກໍ່ສ້າງສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງລວມທັງການສຶກສາສ້າງຄູມີການປ່ຽນແປງຫຼັກສູດ ແລະ ເນື້ອໃນການຮຽນ-ການສອນທຸກຊັ້ນ, ທຸກສາຍ ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນກວ່າເກົ່າ; ສະຖານການສຶກສາລະດັບຕ່າງໆໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຂະຫຍາຍໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກນັບມື້ທົ່ວເຖິງກວ່າເກົ່າ. ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບ ພະຍາກອນມະນຸດແຫ່ງຊາດແຕ່ປີ 2010-2020 ແລະ 2021- 2025, ໃນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ປະກອບດ້ວຍແຜນປະຕິບັດງານທີ່ກວມເອົາ 6 ຍຸດ ທະສາດຫຼັກ ແລະ 3 ຍຸດທະສາດ ທີ່ປິ່ນອ້ອມ. ມາຮອດປັດຈຸ ບັນ, ຂັ້ນສູນກາງສຳເລັດແລ້ວ 19 ພາກ-ສ່ວນ ໃນ 27 ພາກ ສ່ວນ, ຂັ້ນແຂວງ/ນະຄອນຫຼວງສຳເລັດ 16 ພາກສ່ວນໃນ 18 ພາກສ່ວນ.
ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ຄຽງຄູ່ກັບຜົນງານທີ່ກ່າວມານັ້ນ, ກອງປະຊຸມເຫັນວ່າຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນການຈັດຕັ້ງປະຕິບັດຍຸດທະສາດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໄລຍະຜ່ານມາ ມີບາງດ້ານມີລັກສະນະທົດຖອຍຕິດຕໍ່ກັນ ເຊັ່ນ: ການປະລະການຮຽນເພີ່ມຂຶ້ນ, ການເຂົ້າຮຽນໃໝ່ຫຼຸດລົງ, ການຂາດຄູສອນ, ເກີດສະ ພາບຂາດແຄນແຮງງານ, ການຄຸ້ມຄອງນໍາໃຊ້ຊັບພະຍາກອນມະ ນຸດ, ການກໍ່ສ້າງບຸກຄະລາກອນບໍ່ໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ອື່ນໆ.
ສ່ວນທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ມອບໃຫ້ລັດຖະບານນໍາໄປຄົ້ນຄວ້າ, ຈັດຕັ້ງປະຕິບັດ ຄື: ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ຄູ-ອາຈານ ມີຄຸນທາດ-ການເມືອງ ທີ່ໜັກ ແໜ້ນ, ມີຈັນຍາບັນ, ຈັນຍາທຳ, ມີຄວາມຮັກຊາດ ແລະ ມີຄວາມ ອົດທົນຜ່ານຜ່າຄວາມຫຍຸ້ງຍາກ; ຄົ້ນຄວ້າ, ສ້າງ, ປັບປຸງກົດ ໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ເຫັນວ່າມີຄວາມຈໍາເປັນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ -ສັງ ຄົມໃນແຕ່ລະໄລຍະ; ສຸມໃສ່ສ້າງ ແລະ ປັບປຸງຫຼັກສູດການຮຽນ – ການສອນ ໃນສາຍສາມັນສຶກສາ, ສາຍສາມັນວິຊາຊີບ ໃຫ້ມີຄຸນນະພາບສູງຂຶ້ນ; ຄົ້ນຄວ້າການສ້າງພື້ນຖານໂຄງລ່າງທາງດ້ານການສຶກສາ, ສ້າງໂຮງຮຽນກິນນອນ, ທີ່ພັກສຳລັບນັກຮຽນຢູ່ເຂດຊົນນະບົດ-ຫ່າງໄກສອກຫຼີກ, ສະໜອງວັດຖຸອຸປະກອນການຮຽນ-ການສອນ, ອຸປະກອນກິລາ, ສິລະປະ, ມີກິດຈະກຳສຳລັບໄວໜຸ່ມ ແລະ ສ້າງເງື່ອນໄຂ ສະພາບແວດລ້ອມເພື່ອດຶງດູດໃຫ້ນັກຮຽນຢາກໄປຮຽນ; ປັບປຸງກົນໄກການປະສານງານ, ແບບແຜນວິທີເຮັດວຽກຂອງຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບປະກັນການຄຸ້ມຄອງ ແລະ ພັດທະນາຊຸມຊົນ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ; ທຸກພາກສ່ວນໃນສັງຄົມ ເປັນເຈົ້າ ການສຶກສາອົບຮົມໃຫ້ນັກຮຽນ, ເຫັນໄດ້ຄວາມສຳຄັນຂອງວຽກ ງານການສຶກສາ ແລະ ຊອກວິທີແກ້ໄຂບັນຫາ ການຂາດແຄນຄູສອນ, ສົ່ງເສີມການເຂົ້າຮຽນໃນທຸກຊັ້ນທຸກສາຍ, ເຮັດໃຫ້ອັດຕາການປະລະການຮຽນຫຼຸດລົງ; ສູ້ຊົນ, ຄົ້ນຄວ້າ ແກ້ໄຂງົບ ປະມານເຂົ້າໃນວຽກງານສຶກສາ ທີ່ກຳນົດໄວ້; ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການ ໃນການປະສານສົມທົບກັນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023 ກ່ຽວກັບນະໂຍບາຍ, ມາດຕະການແກ້ໄຂການຂາດແຄນຄູສອນ ແລະ ການແກ້ໄຂການປະລະຂອງນັກຮຽນ, ສົ່ງເສີມການເຂົ້າຮຽນວິຊາຊີບ ທົ່ວເຖິງ ແລະ ເປັນຮູບປະທໍາຫຼາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດ 6 ຍຸດທະສາດຫຼັກ ແລະ 3 ຍຸດທະ ສາດ ທີ່ປິ່ນອ້ອມ ທີ່ໄດ້ກຳນົດໃນຍຸດທະສາດການພັດທະນາຊັບ ພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ໃຫ້ສຳເລັດຕາມແຜນການທີ່ວາງໄວ້; ສືບຕໍ່ກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງ ດ້ານການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ- ສັງຄົມ ເພື່ອເຮັດໃຫ້ທົ່ວສັງຄົມສາມາດເຂົ້າເຖິງໄດ້ຢ່າງທົ່ວເຖິງ.
ສໍາລັບການປະເມີນຜົນການຈັດຕັ້ງປະຕິບັດ 4 ກົດໝາຍໃນຂົງເຂດວັດທະະນທຳ-ສັງຄົມ, ຕໍ່ການລາຍງານຂອງລັດຖະບານ ໃນໄລຍະຜ່ານມາເຮັດໃຫ້ການຄຸ້ມຄອງລັດ -ຄຸ້ມຄອງສັງຄົມ ດ້ວຍກົດໝາຍມີຄວາມໜັກແໜ້ນຂຶ້ນ, ສັງຄົມ ມີຄວາມເປັນ ລະບຽບຮຽບຮ້ອຍດີຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ຜູ້ແທນຍັງສະແດງຄວາມເປັນຫ່ວງເປັນໃຍ, ໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ, ບັນດາສາເຫດ ແລະ ສະເໜີວິທີການ, ມາດຕະການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ການປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ແທດເໝາະກັບຕົວຈິງ, ສອດຄ່ອງກັບລັດຖະທຳມະນູນ, ກົດ ໝາຍ, ນິຕິກຳໃຕ້ກົດໝາຍ, ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ; ການປັບປຸງເນື້ອໃນຂອງກົດໝາຍ ຕ້ອງແນໃສ່ການແກ້ໄຂບັນຫາທີ່ເຫັນວ່າບໍ່ທັນສອດຄ່ອງ, ບັນຫາທີ່ຂັດກັບກົດໝາຍ ຫຼື ນິຕິກຳອື່ນ ແລະ ເພີ່ມບາງເນື້ອໃນທີ່ກົດໝາຍຍັງບໍ່ທັນໄດ້ກຳນົດໃຫ້ຄົບຖ້ວນ, ຮີບຮ້ອນຄົ້ນຄວ້າຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ແລະ ປະກາດໃຊ້ໂດຍໄວ; ປັບປຸງກົນໄກ ແລະ ຂັ້ນຕອນການປະ ສານງານກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ, ການປະ ເມີນ ແລະ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍໃນຂົງ ເຂດດັ່ງກ່າວ ລະຫວ່າງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ບັນດາຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ອື່ນໆ.



