ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະຄອນເພັງ ຫວນຄືນມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ

Dec 5, 2024

ຕອນເຊົ້າວັນທີ 4 ທັນວາ 2024 ທີ່ສະໂມສອນເມືອງລະ ຄອນເພັງ, ແຂວງສາລະວັນ ໄດ້ຈັດພິທີປາຖະກະຖາ ເລົ່າຄື່ນມູນ ເຊື້ອວັນຊາດທີ 2 ທັນວາ ຄົບຮອບ 49 ປີ ( 2 ທັນວາ 1975 – 2 ທັນວາ 2024 ) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( 13 ທັນວາ 1920 – 13 ທັນວາ 2024 ) ພ້ອມນີ້, ການນຳຂອງເມືອງ ຍັງໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫລໍ່ຂອງ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບນັບຖື, ລະນຶກບຸນຄຸນ, ຈົດຈໍາຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະບັນພະ ບູລຸດ ທີ່ໄດ້ອຸທິດຕົນຕໍ່ປະເທດຊາດບ້ານເມືອງ ຕໍ່ພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕະຫລອດໄລຍະຜ່ານມາ.
ທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນຊາດທີ 2 ທັນວາ ໂດຍຍົກໃຫ້ເຫັນສະພາບລວມຂອງປະເທດລາວ, ອານາຈັກລາວລ້ານຊ້າງໃນແຕ່ລະໄລຍະ ໂດຍສັງເຂບ, ໄລຍະທີ່ຮຸ່ງເຮືອງ, ໄລຍະເສົ້າໝອງ ຍ້ອນຖືກຮຸກຮານຈາກພວກສັກດີ ນາສະຫຍາມ ແລະ ພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ໃນເວລານັ້ນປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂົ່ມ ເຫັງຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດສະຫລະພາບ, ຖືກເກນໄປເປັນຂ້ອຍຂ້າ, ເປັນຂ້າທາດຮັບໃຊ້ທຸກຮູບແບບ, ຍ້ອນທົນຕໍ່ການກົດຂີ່ຂົມເຫັງບໍ່ໄຫວ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຮື້ຂຶ້ນຕ້ານການປົກຄອງຂອງພວກເຂົາຢູ່ຫລາຍແຂວງຂອງປະເທດລາວ, ຊຶ່ງເລີ່ມຕົ້ນດ້ວຍຂະບວນການຕໍ່ສູ້ຂອງພໍ່ກະດວດ, ອົງແສນ, ເຈົ້າຟ້າປັດໄຈ, ອົງແກ້ວ – ອົງກົມມະດໍາ, ນາຍຄູຄຳ ແລະ ຜູ້ອື່ນໆ, ແຕ່ກໍບໍ່ມີຂະບວນການຕໍ່ສູ້ໃດທີ່ສາມາດຍາດໄດ້ໄຊຊະນະຍ້ອນຫລາຍສາເຫດ, ແຕ່ປັດໃຈສໍາຄັນຕົ້ນຕໍແມ່ນບໍ່ມີພັກນໍາພາ, ເຖິງວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ແຕ່ປະຊາຊົນລາວບັນດາເຜົ່າກໍບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈໍານົນສັດຕູ, ຄວາມ ຄຽດແຄ້ນຍິ່ງເພີ່ມທະວີ, ຂະບວນການຕໍ່ສູ້ກໍນັບມື້ນັບຍົກລະດັບຂຶ້ນກາຍເປັນຂະບວນການຕໍ່ສູ້ຂອງມະຫາຊົນທີ່ຂະຫຍາຍກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດກໍນັບມື້ນັບເຕີບ ໃຫຍ່ຂະຫຍາຍຕົວ, ຍົກໃຫ້ເຫັນໄຊຊະນະອັນຍິ່ງໃຫຍ່ໃນໄລຍະທີ່ຜູ້ນໍາພັກ, ແນວລາວຮັກຊາດ ຮ່ວມກັບປະຊາຊົນລາວບັນດາເຜົ່າໃນພາລະກິດຕໍ່ສູ້ຕີສັດຕູ ແລະ ພວກລູກແຫລ້ງຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ໂດຍການສະໜັບສະໜູນຂອງ ພັກ, ລັດ, ທະຫານ ແລະ ປະຊາຊົນຫວຽດນາມ ກໍຄືບັນດາປະເທດທີ່ຮັກຫອມສັນຕິພາບ ໃນເຄືອຂ່າຍລະບົບສັງຄົມນິຍົມ, ພາຍໃຕ້ກົນໄກການປົດປ່ອຍປະເທດຊາດ ພາຍໃຕ້ຍຸດທະວິທີການນໍາໃຊ້ 3 ບາດຄ້ອນຍຸດທະສາດ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ, ປະກາດສ້າງຕັ້ງ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງແມ່ນວັນທີ່ມີຄວາມໝາຍສໍາຄັນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ;
ພ້ອມດຽວກັນນີ້ ທ່ານເຈົ້າເມືອງລະຄອນເພັງ ຍັງໄດ້ເລົ່າຄືນປະຫວັດມູນເຊື້ອຂອງ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດຂອງເພິ່ນຄົບຮອບ 104 ປີ ຕື່ມອີກ.
ຂ່າວ: ສື່ມວນຊົນລະຄອນເພັງ