ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງພັນ 629 ເປີດຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫລົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ

Dec 5, 2024

ໃນວັນທີ 4 ທັນວາ 2024 ນີ້, ກອງພັນ 629 ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ເຫລົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ອຸ່ນເຕົ່າ ໄຊຍະຄຸນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ກອງພັນ, ພະນັກງານ-ນັກຮົບ ຕະຫລອດຮອດນັກກິລາແຕ່ລະປະເພດ ເຂົ້າຮ່ວມ.
ສະຫາຍ ພັນໂທ ກາວີ ແກ້ວບຸດດີ ຫົວໜ້າການທະຫານ ກອງພັນ 629 ໄດ້ຂຶ້ນຜ່ານແຜນການ ການເຄື່ອນໄຫວວຽກງານກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫລົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ ໂດຍອີງຕາມຄໍາສັ່ງແຈ້ງການ ຂອງຫົວໜ້າກົມປືນໃຫຍ່ໜ້າດິນ ເລື່ອງຈັດຕັ້ງເຄື່ອນໄຫວສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ເຫລົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ (15/12/1954 – 15/12/2024) ໃຫ້ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນເຕັມໄປດ້ວຍຄວາມໝາຍ ຄວາມ ສໍາຄັນອັນເລິກເຊິ່ງ ທັງນີ້ກໍເພື່ອສ້າງໄດ້ຄວາມສາມັກຄີ, ຄວາມຜູກພັນ ລະຫວ່າງ ພະນັກງານ-ນັກຮົບພາຍໃນກົມກອງ ໃຫ້ເຕັມໄປດ້ວຍໄມຕີຈິດ ມິດຕະພາບທີ່ດີ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສ່ວນເນື້ອໃນການແຂ່ງຂັນ ປະກອບມີ 04 ປະເພດກິລາ ຄື: ກິລາບານເຕະ, ກິລາບານສົ່ງ, ກິລາເປຕັງ ແລະ ກິລາກະຕໍ້ຫວາຍ ໃນໂອກາດນີ້, ສະຫາຍ ພັນໂທ ສົມຈິດ ຄໍາມີໄຊ ຮອງຫົວໜ້າການເມືອງ ກອງພັນ 629 ກໍໄດ້ຂຶ້ນ ຜ່ານຂໍ້ແຂ່ງຂັນຕື່ມອີກ.
ຈາກນັ້ນ, ສະຫາຍ ພັນໂທ ອຸ່ນເຕົ່າ ໄຊຍະຄຸນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 2 ກໍໄດ້ມີຄໍາຄິດຄໍາເຫັນໂອ້ລົມຕໍ່ນັກກິລາ ພ້ອມທັງ ກ່າວເປີດພິທີຢ່າງເປັນທາງການ.
ໂດຍ: ຄໍາຮັກ ໄຊວັນທອນ