ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບຖອດຖອນບົດຮຽນການຈັດຕັ້ງເຂົ້າຮ່ວມຊ້ອມຮົບປະສານສົມທົບຫຼາຍປະເທດ ລະຫັດ “ສັນຕິພາບ ມິດຕະພາບ – 2023”

Dec 5, 2024

ວັນທີ 4 ທັນວາ 2024 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງເຂົ້າຮ່ວມຊ້ອມຮົບປະສານສົມທົບຫຼາຍປະເທດ ພາຍໃຕ້ລະຫັດ “ສັນຕິພາບ ມິດຕະພາບ 2023” ( AMAN YOUYI – 2023 ) ທີ່ສປ ຈີນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ.
ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາ ທິການກອງທັບ, ຄະນະຮັບຜິດຊອບເນື້ອໃນການຈັດຕັ້ງຊ້ອມຮົບຫຼາຍຝ່າຍຂອງກອງ ທັບປະຂາຊົນລາວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງຊ້ອມຮົບປະສານສົມທົບຫຼາຍປະ ເທດ ລະຫັດ “ສັນຕິພາບ ມິດຕະພາບ 2023″ ( AMAN YOUYI – 2023 ), ໃນຄັ້ງນີ້ວ່າ: ການຝຶກແອບ ແລະ ຊ້ອມຮົບຄັ້ງນີ້ ແມ່ນການຊ້ອມຮົບຮ່ວມຫຼາຍຝ່າຍ ພາຍ ໃຕ້ລະຫັດ “ສັນຕິພາບມິດຕະພາບ 2023” ລວມມີ 02 ເນື້ອໃນຫຼັກຄື: ການເຝິກຊ້ອມທາງບົກ ແລະ ການເຝິກຊ້ອມທາງທະເລ. ໃນນີ້ກອງທັບປະຊາຊົນລາວ ໄດ້ເຂົ້າ ຮ່ວມເຝິກຊ້ອມທາງບົກ ໃນຫົວຂໍ້: “ການປະຕິບັດການທາງທະຫານຮ່ວມຕໍ່ຕ້ານການກໍ່ການຮ້າຍ”. ຕົ້ນຕໍແມ່ນການຕ້ານການກໍ່ການຮ້າຍ, ການຊອກຄົ້ນ ແລະ ຊ່ວຍເຫຼືອຕົວປະກັນ; ການອົບພະຍົບຮີບດ່ວນ. ເຊີ່ງຜ່ານການຝືກຊ້ອມຜ່ານມານັ້ນເຫັນວ່າ ບັນດາສະຫາຍໃນຄະນະຊີ້ນໍາ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດ, ຕິດແທດແຕ່ຕົ້ນຕະຫຼອດປາຍ, ເລີ່ມແຕ່ການ ສ້າງແຜນການ, ກະກຽມເນື້ອໃນຫັດແອບ, ວັດຖຸອຸປະກອນ ແລະ ການກະກຽມກຳລັງເຂົ້າຮ່ວມການຫັດແອບໄດ້ທັນເວລາ, ເຮັດໃຫ້ການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ມີຄວາມຄ່ອງຕົວດີ, ສະແດງອອກໃນເວລາເຂົ້າຮ່ວມຊ້ອມຮົບ ຢູ່ ສປ. ຈີນ ຜ່ານມານັ້ນບັນດາຄຸງຫັດແອບໄດ້ຈັດຕັ້ງເຊື່ອມຊຶມໜ້າທີ່, ເຮັດວຽກງານກະກຽມ ແລະ ຈັດຕັ້ງຫັດແອບຖືກຕາມລໍາດັບບາດກ້າວວຽກງານເສນາ, ຖືກຕາມບາດກ້າວຄວາມມຸ່ງປະສົງຫັດແອບ ແລະ ຕາມກຳນົດເວລາທີ່ ໄດ້ກຳນົດ ຮັບປະກັນຄວາມປອດໄພ 100% ແລະ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ຈາກນັ້ນ, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄ ສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ກໍໄດ້ຜ່ານຂໍ້ຕົກລົງວ່າການມອບຫຼຽນໄຊພິລະອາດຫານ ຊັ້ນ III ແລະ ໃບຍ້ອງຍໍໃຫ້ແກ່ ຄະນະຊີ້ນຳ, ບັນດາອະນຸກຳມະການຮັບປະກັນ ແລະ ກໍາລັງເຂົ້າຮ່ວມຊ້ອມຮົບຫຼາຍຝ່າຍ ທີ່ ສປ ຈີນ ໃນນີ້, ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ ຄະນະຊີ້ນຳ, ບັນດາອະນຸກຳມະການຮັບປະກັນ ແລະ ກໍາລັງເຂົ້າຮ່ວມຊ້ອມຮົບຫຼາຍຝ່າຍ ທີ່ ສປ ຈີນ ຈຳນວນ 57 ສະຫາຍ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ ຈໍານວນ 45 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງ ທັບ ຈໍານວນ 22 ສະຫາຍ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກບາງບັນຫາສໍາຄັນວ່າ: ໃນຕໍ່ໜ້າ ໃນການຈັດຕັ້ງຊ້ອມຮົບຫຼາຍຝ່າຍ, ສອງຝ່າຍໃຫ້ບັນດາສະຫາຍຄະນະຊີ້ນໍາເອົາໃຈປັບປຸງຄືນບັນດານິຕິກຳກ່ຽວກັບການຊ້ອມຮົບທີ່ມີແລ້ວໃຫ້ຄົບຖ້ວນ, ສົມບູນ ແລະ ໃຫ້ຫັດກຸມກວ່າເກົ່າ. ພ້ອມທັງສະຫຼຸບສັງລວມບັນດາເອກະສານ ແລະ ຂໍ້ມູນຕ່າງໆ ສ້າງເປັນເອກະສານຄູ່ມື, ເພື່ອເປັນບົດຮຽນໃຫ້ແກ່ການຫັດແອບ ຊ້ອມຮົບ ໃນຄັ້ງຕໍ່ໆໄປໃນອະນາຄົດໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມນີ້, ໃຫ້ແຕ່ລະກົມກອງທີ່ໄດ້ເຂົ້າຮ່ວມການຊ້ອມຮົບປະສານຫຼາຍຝ່າຍໃຫ້ຖືເອົາຜົນການເຂົ້າຮ່ວມຊ້ອມຮົບຫຼາຍຝ່າຍຄັ້ງນີ້ ເປັນບ່ອນອີງໃນການຕີລາຄາຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ ແລະ ນໍາເອົາບົດຮຽນທີ່ຖອດຖອນໄດ້ຈາກການເຂົ້າຮ່ວມຊ້ອມຮົບມາຜັນຂະຫຍາຍ ແລະ ຫັດແອບຢູ່ກົມ ກອງໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອກໍ່ສ້າງກົມກອງຂອງຕົນກໍ່ຄືການກໍ່ສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ຂ່າວ: ບິກໄຊ ສົມພູ