ວັນທີ 3 ທັນວາ 2024, ກອງສິລະປະກອນກອງທັບ ໄດ້ສະແດງຜ່ານລາຍການ ເພື່ອກຽມເຄື່ອນໄຫວສະແດງຢູ່ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ໂດຍການເຂົ້າຮ່ວມຊົມຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງສິລະປະກອນກອງທັບ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ການສະແດງຜ່ານລາຍການໃນຄັ້ງນີ້ ເພື່ອເປັນການປັບປຸງເຮັດໃຫ້ລາຍການສະ ແດງສິລະປະ- ວັດທະນະທຳ ມີເນື້ອໃນຖືກຕ້ອງເໝາະສົມ ແລະ ແທດເໝາະກັບຫຼັກວິຊາການ. ລາຍການທີ່ນໍາມາສະແດງຄັ້ງນີ້ປະກອບມີລາຍການ 15 ລາຍການ ຄື: ມີບົດເພງ ພາສາຫວຽດນາມ 4 ບົດ, ເພງລາວ 5 ບົດ, ຂັບລຳພື້ນເມືອງ 1 ບົດ, ເສບດົນຕຣີ ພື້ນເມືອງ 1 ບົດ, ບົດຟ້ອນເອກະລາດ 4 ບົດ ໃຊ້ເວລາ ປະມານ 1 ຊົ່ວໂມງ 30 ນາທີ.
ພາຍຫຼັງສຳເລັດການສະແດງຜ່ານຄະນະຊີ້ນໍາ, ຄະນະພັກ-ຄະນະບັນຊາ ແລະ ຄະ ນະຮັບຜິດຊອບແຕ່ລະພາກສ່ວນ ກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປ ກົງມາເພື່ອພ້ອມກັນປັບປຸງແຕ່ລະລາຍການສະແດງ ໃຫ້ຖືກຕ້ອງສອດຄ່ອງກັບເນື້ອ ໃນທີ່ສະແດງອອກຂອງແຕ່ລະ ລາຍການໃຫ້ມີຄວາມອ່ອນຊ້ອຍ ແລະ ຈົບງາມຍິ່ງໆ ຂຶ້ນ.
ຂ່າວ: ລີຕ້າ






