ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮ່ວມດຳເນີນທຸລະກິດໃນການພັດທະນາງົວ ເປັນສິນຄ້າສົ່ງອອກໄປ ສປ ຈີນ

Dec 5, 2024

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ທຸລະກິດການຄ້າຮ່ວມ (Consortium) ວ່າດ້ວຍການພັດທະນາຕ່ອງໂສ້ການຜະລິດງົວ ໃນລະບົບອຸດສາຫະກຳ ລະຫວ່າງ ບໍລິສັດ ຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ ແລະ ບໍລິສັດສູນກາງກະສິກຳ (ແຫ່ງປະເທດໄທ) ຈຳກັດ ຂຶ້ນຫວ່າງບໍ່ດົນມານີ້ ທີ່ ສູນຝຶກອົບຮົມ ພັດທະນາຊົນະບົດ ລາວ-ເກົາຫຫຼີ ນະຄອນຫຼວງວຽງຈັນ.
ເປັນກຽດຮ່ວມລົງນາມມີ ທ່ານ ນາງ ຄອນສະຫວັນ ແສງວິໄລ ຜູ້ອໍານວຍການ ບໍລິສັດຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ, ທ່ານ ອໍານາດ ສີສົມບັດ ກໍາມະການຜູ້ຈັດການ ບໍລິສັດສູນກາງກະສິກຳ (ແຫ່ງປະເທດໄທ) ຈຳກັດ, ທ່ານ ພອນວິໄລ ວົງຄໍາຫານ ຮອງກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງ ກະສິກຳ ແລະ ປ່າໄມ້; ບັນດາທ່ານຜູ້ຕາງໜ້າ ພາກສ່ວນທຸລະກິດ ທີ່ເດີນທາງມາຈາກ ຣາຊະອານາຈັກໄທ, ບັນດາແຂກຈາກຂະແໜງການທີ່ກ່ຽວຂ້ອງ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ທຸລະກິດການຄ້າຮ່ວມ (Consortium) ວ່າດ້ວຍການພັດທະນາຕ່ອງໂສ້ການຜະລິດງົວ ໃນລະບົບອຸດສາຫະກຳ. ບໍລິສັດ ຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ ແມ່ນຫົວໜ່ວຍທຸລະກິດໜຶ່ງ ທີ່ນອນຢູ່ພາຍໃຕ້ການຊີ້ນຳຂອງທາງກົມຜະລິດ – ກະສິກຳ ກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ຊຶ່ງຖືກມອບໝາຍໃຫ້ ດຳເນີນທຸລະກິດໃນການພັດທະນາງົວເປັນສິນຄ້າ ເພື່ອສົ່ງອອກໄປຍັງ ສປ ຈີນ.
ໃນການພັດທະນາ ການຜະລິດງົວເປັນສິນຄ້າສົ່ງອອກ ໄປຍັງ ສປ ຈີນ ນີ້ ແມ່ນການຜັນຂະຫຍາຍແນວທາງນະໂຍບາຍ ຄູ່ຮ່ວມຍຸດທະສາດ ຂອງສອງພັກ – ສອງລັດ ໃນການພັດທະນາດ້ານເສດຖະກິດແບບຍືນຍົງ ຂອງສອງຊາດ ລາວ-ຈີນ; ບໍລິສັດຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ, ສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມລົງທຶນ ລະຫວ່າງ ກົມຜະລິດ-ກະສິກຳ ກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ບໍລິສັດ ສາງຈ່ຽງ ການລົງທຶນລາວ ຊຶ່ງມີຫ້ອງການບໍລິຫານ ຕັ້ງຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຫ້ອງການຟາມລ້ຽງງົວ ຕັ້ງຢູ່ ບ້ານຖ້ຳ (ເຂດນ້ຳຊ່ວງ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ໃນຟາມມີເນື້ອທີ່ປະມານ 87 ເຮັກຕາ ຊຶ່ງກ່ອນໜ້ານີ້ ທາງກອງທັບໄດ້ມີການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງແລ້ວ ແລະ ເພື່ອເປັນການສ້າງລາຍຮັບໃຫ້ແກ່ທາງກອງທັບ, ຍົກລະດັບດ້ານວິຊາການໃຫ້ແກ່ອ້າຍນ້ອງພະນັກງານກອງທັບ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ.
ທ່ານ ນາງຄອນສະຫວັນ ແສງວິໄລ ກ່າວວ່າ ການຈັດງານໃນວັນນີ້ ມີຈຸດປະສົງຄື: 1. ພິທີເຊັນສັນຍາ ທຸລະກິດການຄ້າຮ່ວມ (Consortium) ວ່າດ້ວຍການພັດທະນາຕ່ອງໂສ້ການຜະລິດງົວ ໃນລະບົບອຸດສາຫະກຳ ແມ່ນການຂຸດຄົ້ນທ່າແຮງ ການຜະລິດງົວຂອງສອງປະເທດ ລາວ-ໄທ ໃຫ້ກ້າວສູ່ໄລຍະໃໝ່ ແລະ ພ້ອມກັນພັດທະນາການຜະລິດງົວໃຫ້ເປັນສິນຄ້າ ຕາມມາດຕະຖານການສົ່ງອອກ, 2. ຮ່ວມກັນພັດທະນາໃນລະບົບການລ້ຽງງົວ ໂດຍນຳໃຊ້ຫຼັກການລະບົບຕ່ອງໂສ້ການຜະລິດ ແລະ ໃຫ້ກ້າວສູ່ລະດັບອຸດສາຫະກຳສ້າງໃຫ້ເປັນສູນຖ່າຍທອດເຕັກນິກການລ້ຽງງົວຂຸນ ແລະ ລະບົບການລ້ຽງງົວທີ່ເປັນຕ່ອງໂສ້ ຕາມທິດທາງສີຂຽວ ແລະ ທັນສະໄໝ, 3. ພັດທະນາຟາມການລ້ຽງງົວຂຸນ, ເປັນສູນກາງ ໃນການຂະຫຍາຍສາຍພັນງົວ ທີ່ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ ແລະ ການສ້າງລະບົບເຄື່ອຂ່າຍການສົ່ງເສີມການລ້ຽງງົວ ຮ່ວມກັບຊາວກະສິກອນໃນຂອບເຂດໃກ້ຄຽງ ລາວ-ໄທ, 4. ການຮ່ວມທຸລະກິດການຄ້າຮ່ວມນີ້ ແມ່ນປະຕິບັດບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ຍົກລະດັບການຜະລິດດ້ານກະສິກຳໃຫ້ທັນສະໄໝ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທັງສອງຊາດ, 5. ເພື່ອຍົກສູງສາຍພົວພັນ ລະຫວ່າງບ້ານໃກ້ເຮືອນຄຽງ ແລະ ມູນເຊື້ອສາຍພົວພັນ ລາວ-ໄທ ທີ່ມີມາແຕ່ດົນນານໃຫ້ເກີດດອກອອກຜົນຍິ່ງໆຂຶ້ນໄປ.
ການຮ່ວມກັນ ພັດທະນາລະບົບການລ້ຽງງົວ ໃຫ້ມີຄວາມກ້າວໜ້າ ຕາມທິດທາງ ແລະ ແຜນການທີ່ໄດ້ກຳນົດໄວ້. ອີກດ້ານໜຶ່ງ ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າມີຂອດໃດທີ່ເປັນການຖ່ວງດຶງ ຫຼື ເຮັດໃຫ້ທາງໂຄງການມີຄວາມຊັກຊ້າ ທາງຄະນະນຳຂອງພວກເຮົາ ກໍຍິນດີໃຫ້ການສະໜັບສະໜູນ ຕໍ່ໂຄງການໃຫ້ສາມາດດຳເນີນໄປໃນທິດທາງທີ່ດີ.
ຂ່າວ-ພາບ: ແສງຈັນ