ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ຕັ້ງເປົ້າ ປີ 2025 ໃຫ້ມີຜູ້ປະກອບສ່ວນບໍລິຈາກເລືອດ 1.376 ເທື່ອຄົນ

Dec 5, 2024

ກອງປະຊຸມສະຫຼຸບ ການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ປະຈຳປີ 2024 ແລະ ວາງທິດທາງແຜນການແບບມີສ່ວນຮ່ວມ ປີ 2025 ຂອງພາກສ່ວນ ປກສ ຈັດຂຶ້ນໃນວັນທີ 5 ທັນວາ 2024 ທີ່ຫ້ອງປະຊຸມ ວິທະຍາຄານ ຕຳຫຼວດປະຊາຊົນ (ດອນຕີ້ວ) ເປັນປະທານ ຂອງທ່ານ ພົນຈັດຕະວາ ໜູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ທ່ານ ດຣ ຈັນທະລາ ສຸກສາຄອນ ມີຄະນະພັກ ຄະນະບັນຊາຈາກ ວິທະຍາຄານກົມກອງ ໂຮງຮຽນ ໂຮງໝໍ ທີຂຶ້ນກັບ ກະຊວງ ປກສ ພ້ອມດ້ວຍພະນັກງານວິຊາການ ສະຖາບັນເລືອດແຫ່ງຊາດ ເຂົ້າຮ່ວມ.
ໂອກາດນີ້ທ່ານ ດຣ ຈັນທະລາ ສຸກສາຄອນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບການເຄື່ອນໄຫວປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ຮ່ວມກັບພາກສ່ວນ ປກສ ປີ 2024 ຜ່ານມາ ພ້ອມທັງ ຕີລາຄາ ສະພາບຈຸດດີ ຈຸດອ່ອນຄົງຄ້າງ ທີ່ຈະໄດ້ເອົາໃຈໃສ່ໃນຕໍ່ໜ້າ ແລະ ວາງແຜນການແບບມີສ່ວນຮ່ວມເພື່ອໃຫ້ມີປະຕິທິນອອກຮັບບໍລິຈາກເລືອດຕະຫຼອດປີ ຮັບຮອງເອົາແຜນປະຈຳປີ 2025 ແລະ ຕົວເລກຄາດໝາຍສູ້ຊົນຮ່ວມກັນ.
ຜົນສຳເລັດປີ 2024 ໄດ້ອອກຮັບບໍລິຈາກເລືອດຮ່ວມກັບພາກສ່ວນ ປກສ ຈຳນວນ 20 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 720 ເທື່ອຄົນ ມີຜູ້ບໍລິຈາກເລືອດໄດ້ 551 ເທື່ອຄົນ ຖ້າທຽບໃສ່ແຜນການແມ່ນປະຕິບັດໄດ້ 41,55% ( ຄາດໝາຍ 1.326 ).
ສຳລັບແຜນປີ 2025 ຄາດຄະເນ ຈະອອກຮັບບໍລິຈາກເລືອດໃຫ້ໄດ້ 65 ຄັ້ງ ໃຫ້ມີຜູ້ຄົນເຂົ້າຮ່ວມ 3.000 ເທື່ອຄົນ ຄາດວ່າຈະໃຫ້ມີຜູ້ບໍລິຈາກເລືອດ 1.376 ເທື່ອຄົນ ແລະ ເຂົ້າຮ່ວມກິດຈະກຳບໍລິຈາກເລືອດໃນໂອກາດວັນສຳຄັນຕ່າງໆໃຫ້ໄດ້ 3-4 ຄັ້ງ ພ້ອມທັງຈະຈັດການອົບຮົມຊາວໜຸ່ມ ຫຼື ຈັດປະຊຸມຮ່ວມ ອາສາສະໝັກບໍລິຈາກເລືອດ ໃຫ້ໄດ້ 1-2 ຄັ້ງ.
ທີ່ມາ: ວຽງຈັນໃໝ່