ວັນທີ 5 ທັນວາ 2024 ທີ່ແຂວງໄຊຍະບູລີ, ສູນວິເຄາະ ແລະ ລະບາດວິທະຍາ, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ Dr. Satoko OTSU ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ, ບັນດາຜູ້ຕາງໜ້າຫ້ອງການສາທາລະນະສຸກເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້, ໂຮງໝໍເມືອງ, ສຸກສາລາ, ປົກຄອງບ້ານ ແລະ ຄຼີນິກເອກະຊົນ ແລະ ຕາງໜ້າຈາກ ສູນກາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມ ເພື່ອໃຫ້ການນໍາເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານການເຝົ້າລະວັງພະຍາດວໍ້ ໃນສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນ ແລະ ກໍ່ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ແລະ ສົນທະນາກ່ຽວກັບຜົນສໍາເລັດ, ບັນຫາສິ່ງທ້າທາຍ, ແນວທາງແກ້ໄຂ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ, ວາງແຜນການຂະຫຍາຍການຈັດຕັ້ງປະຕິບັດການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ໄປຍັງແຂວງທີ່ມີຄວາມສ່ຽງສູງກໍ່ ຄື: ແຂວງຫຼວງນໍ້າທາ, ແຂວງເຊກອງ ແລະ ແຂວງສະຫັວນນະເຂດ ອີງໃສຜົນການຈັດຕັ້ງປະຕິບັດ ໃນແຂວງໄຊຍະບູລີ ເຊິ່ງເປັນແຂວງລິເລີ່ມ.
ເຊີ່ງພະຍາດວໍ້ ເປັນໜຶ່ງໃນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມເຕີມ, ໃນປະຈຸບັນ ພະຍາດວໍ້ ພົບເຫັນຫຼາຍກ່ວາ 150 ປະເທດ ແລະ ທຸກໆປີ ມີກໍລະນີເສຍຊີວິດຍ້ອນພະຍາດວໍ້ ຫຼາຍກວ່າ 59,000 ກໍລະນີ ໂດຍຄາດຄະເນຕົວເລກສະເລ່ຍ ໃນ ທຸກໆ 15 ນາທີ ຈະມີ 01 ກໍລະນີເສຍຊີວິດ.
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ-ປ່າໄມ້ ໄດ້ຖືເອົາພະຍາດວໍ້ເປັນໜຶ່ງໃນ 5 ພະຍາດທີ່ເປັນບູລິມະສິດທີ່ເກີດຈາກສັດສູ່ຄົນ, ແຜນຍຸດທະສາດກັນ ແລະ ຄວບຄຸມພະຍາດວໍ້ ແຕ່ປີ 2020-2024 ແມ່ນໄດ້ຮັບການພັດທະນາ ແລະ ຈັດຕັ້ງປະຕິບັດ ພາຍໃນ ສອງກະຊວງ ໜຶ່ງໃນກິດຈະກໍາຄືການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ໃນແຂວງທີ່ມີລາຍງານກໍລະນີ ແລະ ກໍລະນີເສຍຊີວິດສູງ.
ເຫດການທີ່ເກີດຂຶ້ນນັ້ນ ມັນສະທ້ອງໃຫ້ເຫັນເຖິງຄວາມສຳຄັນ ຂອງວຽກງານລະບາດວິທະຍາ ເພື່ອຕິດຕາມທ່າອ່ຽງການເກີດພະຍາດ ແລະ ການກະກຽມຄວາມພ້ອມການໂຕ້ຕອບຂອງການລະບາດຂອງພະຍາດ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫລາຍ ໃນການເພີ່ມທະວິການສ້າງຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານເຝົ້າລະວັງ ແຕ່ລະຂັ້ນ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ ເວົ້າລວມ ເວົ້າສະເພາະແມ່ນ ການສ້າງຄວາມສາມາດດ້ານວຽກງານລະບາດວິທະຍາໃນຂັ້ນທ້ອງຖິ່ນໃຫ້ດີຂຶ້ນເທື່ອລະກ້າວ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ






