ພິທີປະກາດຮັບຮອງ ອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ຈັດຂຶ້ນໃນວັນ ທີ 3 ທັນວາ 2024 ທີ່ຫ້ອງວ່າການແຂວງອຸດົມໄຊ.
ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ໄໃຫ້ຮູ້ວ່າ: ປັດຈຸບັນ, ປະຊາ ຊົນບັນດາເຜົ່າພາຍໃນແຂວງອຸດົມໄຊ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ພ້ອມພຽງກັບການປ່ຽນແປງ ແບບແຜນການດໍາລົງຊິວິດແບບທໍາມະຊາດມາສູ່ການດໍາລົງຊີວິດແບບຖືກຫລັກອະນາໄມ ຂອງກະຊວງສາທາລະນະສຸກ ວາງອອກ ເຊັ່ນ: ການອະນາໄມ 3 ສະອາດ (ກິນດື່ມສະອາດ, ຢູ່ສະອາດ ແລະ ນຸ່ງຫົ່ມສະອາດ) ພ້ອມທັງການສ້າງບ້ານ, ເມືອງ ແລະ ແຂວງ ເປັນເຈົ້າການດ້ານສຸຂະນາໄມ ເພື່ອໃຫ້ປະຊາຊົນບັນດາເຜົ່າມີສຸຂະພາບທີ່ແຂງແຮງດີຂຶຶ້ນກວ່າເກົ່າ.





