ກອງປະຊຸມສະໄໝສາມັນຄັ້ງທີ 19 ຂອງຄະນະກຳມະການລະຫວ່າງລັດຖະບານເພື່ອອະນຸລັກມໍລະດົກວັດທະນະທຳນາມມະທຳຂອງອົງການການສຶກສາ ວິທະຍາສາດແລະວັດທະນະທຳຂອງອົງການສະຫະປະຊາຊາດຫຼື UNESCO ທີ່ຈັດຂຶ້ນຢູ່ນະຄອນຫຼວງອາຊູງຊັນປະເທດປາຣາໄກວເມື່ອວັນທີ 4 ທັນວານີ້ໄດ້ຜ່ານການ ຮັບຮອງເອົາ “ບຸນກຸດຈີນ: ພຶດຕິກຳສັງຄົມດ້ານການສະຫຼອງບຸນປີໃໝ່ປະເພນີຄົນຈີນ” ທີ່ສະເໜີຄຳຮ້ອງໂດຍປະເທດຈີນນັ້ນເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດຂອງອົງການ UNESCOແລ້ວ. ຜ່ານຈາກການຮັບຮອງໃນຄັ້ງນີ້, ເຮັດໃຫ້ຈີນມີມໍລະດົກວັດທະນະທຳນາມມະທຳທັງໝົດ 44 ລາຍການທີ່ໄດ້ຖືກຮອງຮັບເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງອົງການ UNESCO ເຊິ່ງເປັນຈຳນວນຫຼາຍອອັນດັບໜຶ່ງຢູ່ໃນໂລກ.
ບຸນກຸດຈີນ ເປັນບຸນປະເພນີຂອງຈີນທີ່ມີພື້ນຖານອັນໜັກແໜ້ນທີ່ສຸດ ມີເນື້ອໃນອຸດົມສົມບູນທີ່ສຸດ, ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດ ແລະມີຊື່ສຽງອິດທິພົນກວ້າງຂວາງທີ່ສຸດ. ໃນໄລຍະບຸນກຸດຈີນແຕ່ລະປີ, ຊາວຈີນໃນທົ່ວໂລກຕ່າງກໍຈະສະເຫຼີມສະຫຼອງບຸນປະເພນີນີ້ໂດຍປິ່ນອ້ອມຫົວຂໍ້ “ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຂໍພອນຮັບໂຊກ, ເຕົ້າໂຮມສາມັກຄີຢ່າງກົມກຽວປອງດອງກັນ.”
ທີ່ມາ: CMG





