ວັນທີ 5 ທັນວາ 2024, ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບ-ຮັບໜ້າທີ່ ການນໍາຂັ້ນສູງ ລະຫວ່າງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ (ຜູ້ເກົ່າ) ແລະ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ (ຜູ້ໃໝ່) ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ, ຊົມເຊີຍ ແລະ ຕີ ລາຄາສູງຕໍ່ບັນດາຜົນງານອັນພົ້ນເດັ່ນຂອງວຽກງານປ້ອງກັນປະເທດ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ໂດຍພາຍໃຕ້ການ ນໍາພາ-ຊີ້ນໍາຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ທີ່ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງສະຫາຍ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ ກໍ່ຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍສະ ເພາະແມ່ນ 4 ໜ້າທີ່ໃຫຍ່, 26 ແຜນງານ ຂອງກະຊວງປ້ອງກັນປະເທດເຂົ້າສູ່ວຽກ ງານຕົວຈິງຂອງທຸກກົມກອງ, ເຫຼົ່າຮົບໃນທົ່ວກອງທັບ ໃຫ້ມີບາດກ້າວຂະຫຍາຍຕົວທີ່ພົ້ນເດັ່ນຫຼາຍດ້ານ.
ພ້ອມນັ້ນ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ຍັງມີບາງຄໍາເຫັນເນັ້ນ ໜັກໃຫ້ກະຊວງປ້ອງກັນປະເທດ ເອົາໃຈໃສ່: ຕັ້ງໜ້າສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມ ຊຶມ, ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ; ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອ, ວິລະກຳການຕໍ່ສູ້ ແລະ ສູ້ຮົບມີໄຊ ທີ່ສະຫງ່າອົງອາດ ຂອງກອງທັບເຮົາ, ທັງຮູ້ຕັ້ງໜ້າເສີມຂະຫຍາຍທາດແທ້ມູນ ເຊື້ອປະຕິວັດ ຂອງແຕ່ລະກົມກອງ ຂອງແຕ່ລະນັກຮົບ, ນາຍ ແລະ ພົນທະຫານ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງພັກເຮົາ, ກອງທັບເຮົາເວລາໃດກໍ່ຖືສໍາຄັນ ແລະ ເອົາໃຈໃສ່ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ໜັກແໜ້ນຢູ່ສະເໝີ. ຖືບັນຫາດັ່ງກ່າວ ເປັນປັດໄຈສໍາຄັນ, ທັງເປັນກໍາລັງແຮງໃນການຄໍ້າປະກັນຜົນສໍາເລັດແຫ່ງການນໍາພາ-ຊີ້ນໍາຂອງພັກເຮົາ: ຂໍໃຫ້ບັນດາສະຫາຍ ສືບຕໍ່ປົກປັກຮັກສາ ແລະ ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ໂດຍສະເພາະຢູ່ພາຍໃນຄະນະພັກ-ຄະນະປະຈຳພັກກະຊວງໃຫ້ມີ ຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາ ໃນການນໍາພາ ເຕົ້າໂຮມຄວາມສາມັກຄີ ໃນຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກອງທັບເຮົາ ເພື່ອຢາກໃຫ້ເປົ້າໝາຍ ດັ່ງກ່າວບັນລຸ ຕ້ອງປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາ, ເປີດກວ້າງປະຊາທິປະໄຕ ລວມສູນເປັນເອກະພາບໃນການຊີ້ນໍາບັນຊາທີ່ເດັດດ່ຽວວ່ອງໄວ, ທັນການ; ສືບຕໍ່ຊີ້ນໍາການປະຕິບັດຍຸດທະສາດ ຫັນລົງກໍ່ສ້າງຮາກຖານ ການເມືອງ ຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາ ຊົນ ຕາມ 4 ເນື້ອ ໃນ 4 ຄາດໝາຍ: ປັບປຸງຮາກຖານການເມືອງ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຊ່ວຍເຫຼືອປະຊາຊົນພັດທະນາ ເສດຖະກິດ-ສັງຄົມ, ແກ້ໄຂບັນດາໜໍ່ແໜງ ຄວາມບໍ່ສະຫງົບທີ່ເກີດຂຶ້ນ, ຍູ້ແຮງການຜັນຂະຫຍາຍທິດນໍາໃນການສ້າງ ເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນກອງທັບໃຫ້ຟົດຟື້ນ, ສ້າງການຫັນປ່ຽນໃໝ່ໃນການ “ເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ”. ສ້າງພະລາທິການກັບທີ່ ເພື່ອສູ້ຊົນສ້າງແຫຼ່ງລາຍຮັບໃຫ້ໄດ້ຫຼາຍ, ປັບປຸງ ແກ້ໄຂ ແລະ ຍົກ ລະດັບຊີວິດການເປັນຢູ່ ໃນກໍາລັງໃຫ້ດີຂຶ້ນເລື້ອຍໆ, ປະຕິບັດແນວທາງການຕ່າງປະເທດ ຂອງພັກເຮົາ ໃນໄລຍະໃໝ່ ຢ່າງຖືກຕ້ອງ, ຄ່ອງແຄ້ວ, ພົວພັນຮ່ວມມືຢ່າງຕັ້ງໜ້າ ກັບປະເທດເພື່ອນມິດ ທັງຢູ່ໃກ້ ແລະ ຢູ່ໄກ; ໃຫ້ຊີ້ນໍາ ການກະ ກຽມຄວາມພ້ອມ ເພື່ອ ເຂົ້າຮ່ວມໃນກອງກໍາລັງຮັກສາສັນຕິພາບສາກົນ (ຂອງ ສປຊ) ຂອງກອງທັບເຮົາໃນ ອະນາຄົດອັນໃກ້ນີ້.
ຈາກນັ້ນ, ໃນພິທີ ຍັງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມໃຫຍ່ການເມືອງກອງທັບ, ໃນນີ້ ໄດ້ແຕ່ງຕັ້ງ ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຫົວໜ້າກົມໃຫຍ່ການເມືອງກອງທັບ.
ຂ່າວ: ລີຕ່າ







