ແຂວງອຸດົມໄຊ ຈັດພິທີປາຖະກະຖາກ່ຽວກັບວັນຊາດ ວັນທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ວັນທີ 13 ທັນວາ ຄົບຮອບ 104 ປີ ໃນຕອນເຊົ້າຂອງວັນທີ 4 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການປາຖະ ກະຖາຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ-ການເມືອງ, ວຽກງານພັກ-ພະນັກງານ.
ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ກ່າວຕໍ່ພິທີວ່າ: ວັນທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ ທີປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ; ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນວາ ປີ 1975 ວ່າ: “ ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນ ຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ, ໄຊຊະນະນັ້ນບໍ່ສະເພາະແຕ່ ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງທຳອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິ ຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄື ຂອງມວນມະນຸດປະກົດເປັນຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ”
ໂອກາດດຽວກັນ ທ່ານ ຮອງເລຂາພັກແຂວງ ຍັງໄດ້ຍົກໃຫ້ຮູ້ກ່ຽວກັບເຫດການສຳຄັຂອງປະຫວັດສາດ ໂດຍສະເພາະແມ່ນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າແຕ່ລະໄລຍະ ຈົນຍາດໄດ້ໄຊຊະນະ ແລະ ສາມາດປ່ອຍປ່ອຍປະເທດຊາດໃນວັນທີ 2 ທັນວາປີ 1975.
ພ້ອມນີ້ ທ່ານ ຍັງໄດ້ປາຖະກະຖາຫວນຄືນມູນເຊື້ອ ແລະ ຜົນງານຂອງປະທານ ໄກສອນ ພົມວິຫານ ໃນໂອກາດວັນເກີດຂອງເພີ່ນຄົບຮອບ 104 ປີ, ລວມເຖີງໄດ້ນຳເອົາ ແຜ່ນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກໍາ ລາວ-ຈີນ, ຈີນລາວ ມາເຜີຍ ແຜ່ໃຫ້ພະນັກງານ-ລັດຖະກອນ ໄດ້ເຊື່ອມຊຶມ ຕື່ມອີກ.
ຂໍ້ມູນ-ພາບ: ໄມພອນ





