ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງການເຂົ້າເປັນສະມາຊິກອົງການແຮງງານສາກົນຂອງ ສປປ ລາວ ຄົບຮອບ 60 ປີ

Dec 6, 2024

ພິທີສະເຫຼີມສະຫຼອງການເຂົ້າເປັນສະມາຊິກອົງການແຮງງານສາກົນຂອງ ສປປ ລາວ ຄົບຮອບ 60 ປີ ຈັດຂຶ້ນວັນທີ 5 ທັນວາ 2024 ທີ່ຫ້ວັດທະນາທຳແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ.
ໃນພິທີ ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ສປປ ລາວ ເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ໃນວັນທີ 23 ມັງກອນ ປີ 1964 ແມ່ນເປັນເຫດການທີ່ມີຄວາມສຳຄັນໂດຍມີການຮ່ວມມືຢ່າງໃກ້ສິດຂອງກະຊວງແຮງງານ ແລະ ສະຫັວດດີການສັງຄົມ ສູນກາງສະຫະພັນກຳມະບານລາວ ສະພາການຄ້າອຸດສາຫະກຳແຫ່ງຊາດລາວ ແລະ ອົງ ການແຮງງານສາກົນເຊິ່ງລັດຖະບານໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາສືມືແຮງງານທັງກັບທີ່ ແລະ ເຄື່ອຶນທີ່ ສະ ໜອງອຸປະກອນພັດທະນາຫລັກສູດໃຫ້ເໝາະສົມ ສ້າງຄວາມເຂັມແຂງຮອບດ້ານໃຫ້ແກ່ບຸກຄະລາກອນເປັນຕົ້ນແມ່ນຄູເຝິກຄູທົດສອບສີມືແຮງງານໃຫ້ບັນດາສູນພັດ ທະນາສືມີແຮງງານໃນຂອບເຂດທົ່ວປະ ເທດ ພ້ອມກັນນີ້ຍັງຖືສຳຄັນໃນການສ້າງ ແລະ ປັບປຸງຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີຄວາມທັນສະໄໝເທື່ອລະກ້າວໃຫ້ສາມາດນຳໃຊ້ເປັນເຄື່ອງມືໃນການດັດສົມຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະໜອງກຳລັງແຮງງານໃຫ້ແກ່ຕະຫຼາດແຮງງານພາຍໃນປະເທດໃນແຕ່ລະໄລຍະຢ່າງມີປະສິດທິພາບ.
ການສະເຫຼີມສະຫຼອງວັນຄົບຮອບ 60 ປີ ທີ່ ສປປ ລາວເຂົ້າເປັນສະມາຊິກອົງການແຮງງານ ໄດ້ກາຍເປັນຂີດໝາຍສໍາຄັນແຫ່ງການເພີ່ມທະວີຮ່ວມມືລະ ຫວ່າງ ສປປ ລາວ ແລະ ອົງການແຮງງານສາກົນໃນສະເພາະໜ້າ ແລະ ຍາວນານໃນສະນາຄົດ ສປປ ລາວ ແລະ ອົງການແຮງານສາກົນ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ດີ ແລະ ມີປະສິດທິພາບສູງຂຶ້ນ ໃນນາມຕາງໜ້າລັດຖະບານຂໍຢືນຢັນວ່າ ສປປ ລາວ ຈະເປັນປະເທດໜຶ່ງທີ່ຍາດໄດ້ຜົນສຳເລັດໃບການຈັດຕັ້ງປະຕິບັດມາດຕະຖານຂອງອົງການແຮງງານສາກົນໂດຍສະເພາະແມ່ນບັນດາມາດຕະຖານແຮງານສາກົນວາງອອກທີ່ ສປປ ລາວ ໄດ້ເຂົ້າເປັນພາຄີແລ້ວ ຈະສືບຕໍ່ຮ່ວມມືກັບອົງການສາມຝ່າຍ ເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນການເຂົ້າເປັນພາຄີຂອງສົນທິສັນຍາສະບັບອື່ນໆຂອງອົງ ການທີ່ເຫັນວ່າມີຄວາມສອດສ່ອງ ແລະ ເປັນຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ຊາວຜູ້ແຮງງານລາວ.
ຂໍ້ມູນ-ພາບ: ວຽງຈັນໃໝ່