ສະມາຄົມນັກຂ່າວແຫ່ງສປປລາວກະຊວງຖະແຫລງຂ່າວ,ວັດທະນາທຳແລະທ່ອງທ່ຽວ ຮ່ວມກັບ ອົງການແຄນາໆຊາດ ປະຈຳລາວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວ ( ແກມຊິວ )ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ,ໄດ້ຈັດຊຸດທັດສະນະສຶກສາແລະຢ້ຽມ ຢາມກິດຈະກຳໂຄງການທີ່ຈັດຕັ້ງປະຕິບັດຢູ່ເມືອງຂວາ ແຂວງຜົ້ງສາລີ ລະຫວ່າງທີ 3-6 ທັນວາ 2024 ໂດຍການນໍາພາຂອງ ທ່ານ ນາງ ບົວຄຳ ດວງປັນຍາ, ຫົວຫນ້າໂຄງ ການແກມຊິວຂອງອົງການແຄນາໆ ຊາດ ປະຈຳລາວ ພ້ອມດ້ວຍສື່ມວນຊົນຈາກນະຄອນຫລວງວຽງຈັນ,ແຂວງວຽງຈັນ,ບໍລິຄໍາໄຊ,ຫລວງພະບາງ,ໄຊຍະບູລີແລະແຂວງອຸດົມໄຊ.
ທ່ານ ນາງ ບົວຄຳ ດວງປັນຍາ ໃຫ້ຮູ້ວ່າ: ການທັດສະນະສຶກສາຄັ້ງນີ້ແມ່ນຢູ່ເມືອງຂວາ ແຂວງຜົ້ງສາລີ ເພື່ອໃຫ້ບັນດາສື່ມວນຊົນທີ່ເຂົ້າຮ່ວມໂຄງການໄດ້ ເຄື່ອນ ໄຫວປະຕິບັດໃນການເກັບກຳຂ່າວຕົວຈິງ ແລະ ມີຄວາມເຂົ້າໃຈກ່ຽວກັບການລາຍງານຂ່າວສີຂຽວ ໂດຍສະເພາະດ້ານຂະແຫນງກະສິກຳ,ການປັບຕົວເຂົ້າກັບການປ່ຽນ ແປງຂອງດິນຟ້າອາກາດ,ດ້ານສິ່ງແວດລ້ອມ,ເຊິ່ງໃນໄລຍະການທັດສະນະສຶກສາບັນ ດາສື່ມວນຊົນໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບໂຄງການຈາກພະນັກງານອົງການແຄຣນາໆຊາດ ປະຈໍາເມືອງຂວາແລະຢ້ຽມຢາມກິດຈະກຳຕ່າງໆ ເປັນຕົ້ນ: ໂຄງ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຊົນເຜົ່າເພື່ອປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດແບບຍືນຍົງທີ່ບ້ານກຸງເກືອຍ, ຢ້ຽມຢາມ, ສໍາພາດຄອບ ຄົວຕົວແບບກິດຈະກໍາປູກຜັກສວນຄົວໃນເຮືອນຮົ່ມ, ຄອບຄົວຕົວແບບກິດຈະກໍາລ້ຽງເຜິ້ງ ໂຄງການຄ້ຳປະກັນສະບຽງອາຫານ,ກິດຈະກໍານໍ້າລິນ ທີ່ ບ້ານໃໝ່ ທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງ ການເຊິ່ງໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ.
ທ່ານ ນາງ ບົວຄຳ ດວງປັນຍາ ໃຫ້ຮູ້ຕື່ມວ່າ: ພາຍຫລັງສຳເລັດການທັດສະນະໃນຄັ້ງນີ້ ບັນດາສື່ມວນຊົນ ຈະໄດ້ມີການສະຫຼຸບ, ຖອດຖອນບົດຮຽນຮ່ວມກັນເພື່ອນຳເອົາຂໍ້ມູນຕ່າງໆໄປຜະລິດເປັນຂ່າວ ແລະບົດຄວາມທີ່ກ່ຽວຂ້ອງກັບການພັດທະນາສີຂຽວ ແລະ ບົດບາດຍິງ-ຊາຍ, ຂຽນບົດເລື່ອງ, ສົ່ງຮູບພາບທີ່ກ່ຽວຂ້ອງກັບການລົງຢ້ຽມໂຄງການ, ຕັດຕໍ່ວິດີໂອ ປະກອບສຽງ ແລະ ອື່ນໆ ເພື່ອເປັນຜົນງານນໍາໄປຄັດ ເລືອກເຂົ້າຮ່ວມກິດຈະກໍາຂອງໂຄງການໃນຂັ້ນຕໍ່ໄປ.
ຂ່າວ: ອໍາໄພວັນ ວົງອໍາທອນ



