ນັບແຕ່ເປີດດໍາເນີນງານເປັນຕົ້ນມາ, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຈັດຕັ້ງປະຕິບັດເນື້ອໃນຈິດໃຈຄໍາປາໄສທີ່ສໍາຄັນ ຂອງທ່ານ ທອງລຸນ ສີສຸລິດ ແລະ ທ່ານ ສີຈິງຜິງ ທີ່ກ່າວໃນພິທີເປີດນໍາໃຊ້ທາງລົດໄຟລາວ-ຈີນຢ່າງຕັ້ງຫນ້າ, ໂດຍສຸມໃສ່ການພັດທະນາແບບຍືນຍົງ, ມີຄຸນນະພາບສູງ ແລະ ມີຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນເປັນເປົ້າໝາຍ, ຄຸ້ມຄອງ ແລະ ນໍາໃຊ້ທາງລົດໄຟລາວ-ຈີນ ໃຫ້ມີຄຸນນະພາບສູງ ແລະ ເກີດຜົນປະໂຫຍດສູງສຸດ, ເພື່ອສ້າງແບບແຜນຕົວຢ່າງການຮ່ວມມື “ຫນຶ່ງແລວຫນຶ່ງເສັ້ນທາງ”. ໃນໄລຍະ 3 ປີຜ່ານມາ ປະລິມານການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້ານັບມື້ນັບເພີ່ມຂຶ້ນ, ຄຸນນະພາບການບໍລິການນັບມື້ນັບພົ້ນເດັ່ນ, ການເດີນທາງໄປມາຫາສູ່ກັນຂອງປະຊາຊົນສອງປະເທດມີຄວາມສະດວກສະບາຍ ແລະ ເສດຖະກິດ-ສັງຄົມຂອງພາກພື້ນກໍໄດ້ຮັບການພັດທະນາຢ່າງມີປະສິດທິພາບ, ເຮັດໃຫ້ທາງລົດໄຟລາວ-ຈີນກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນສອງຊາດລາວ-ຈີນ.
ດ້ານການຂົນສົ່ງຜູ້ໂດຍສານ:
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຕັ້ງຫນ້າປັບຕົວເຂົ້າກັບຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທີ່ນັບມື້ນັບເພີ່ມຂຶ້ນ,ຈັດວາງກຳລັງການຂົນສົ່ງໃຫ້ເຫມາະສົມ, ຂະຫຍາຍປະເພດຮ້ານຄ້າໃຫ້ມີຄວາມຫຼາກຫຼາຍ ແລະ ເພີ່ມປະສິດທິພາບການບໍລິການໃນສະຖານີ, ເພີ່ມລົດໄຟໂດຍສານຈາກເບື້ອງຕົ້ນມື້ລະ 4 ຖ້ຽວເປັນສູງສຸດເຖິງ 16 ຖ້ຽວຕໍ່ມື້ ແລະ ລົດໄຟໂດຍສານແບບທຳມະດາຫຼາຍກວ່າ 10 ຕູ້ລົດ, ຂົນສົ່ງຜູ້ໂດຍສານໄດ້ທັງຫມົດ 7,41 ລ້ານເທື່ອຄົນ. ຈັດຕັ້ງການຂົນສົ່ງຜູ້ໂດຍສານຂ້າມແດນຢ່າງຕັ້ງຫນ້າ, ບົນພື້ນຖານທີ່ມີຖ້ຽວລົດໄຟຜູ້ໂດຍສານສາກົນລະຫວ່າງຄຸນຫມິງໃຕ້-ວຽງຈັນ,ນັບແຕ່ວັນທີ 13 ເມສາ 2024 ເປັນຕົ້ນໄປ ໄດ້ເປີດຖ້ຽວລົດໄຟຜູ້ໂດຍສານສາກົນເພີ່ມລະຫວ່າງສິບສອງພັນນາ-ຫຼວງພະບາງ, ປະຈຸບັນ,ໄດ້ເປີດຖ້ຽວລົດໄຟຜູ້ໂດຍສານສາກົນຫຼາຍກວ່າ 1.500 ຖ້ຽວ, ຂົນສົ່ງຜູ້ໂດຍສານຂ້າມແດນຫຼາຍກວ່າ 346.000 ເທື່ອຄົນ ທີ່ມາຈາກ 108 ປະເທດ ແລະ ເຂດແຄວ້ນ ເຊິ່ງໄດ້ສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານຂ້າມແດນໃນການເດີນທາງ,ການໄປສຶກສາ,ການເຮັດທຸລະກິດ ແລະ ອື່ນໆ.
ດ້ານການຂົນສົ່ງສິນຄ້າ:
ພາກສ່ວນທາງລົດໄຟຂອງສອງປະເທດລາວ-ຈີນໄດ້ເພີ່ມທະວີການຈັດຕັ້ງການຂົນສົ່ງສິນຄ້າ,ຍົກລະດັບຄວາມສາມາດ ແລະ ປະສິດທິພາບໃນການຂົນສົ່ງ, ຈໍານວນຖ້ຽວລົດໄຟຂົນສົ່ງສິນຄ້າຂ້າມແດນຈາກເບື້ອງຕົ້ນເປີດໃຫ້ບໍລິການ 2 ຖ້ຽວຕໍ່ມື້ເພີ່ມມາເປັນ 18 ຖ້ຽວຕໍ່ມື້ໃນປະຈຸບັນ, ປະລິມານການຂົນສົ່ງສິນຄ້າຂ້າມແດນທັງໝົດ 10,6 ລ້ານໂຕນ. ອາໄສທາງລົດໄຟລາວ-ຈີນ,ສ້າງຜະລິດຕະພັນການຂົນສົ່ງສິນຄ້າຂ້າມແດນແບບໃຫມ່,ໂດຍໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນ”ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຫຼາຍກວ່າ 1600 ຖ້ຽວ ແລະ ໄດ້ເປີດຕົວຂະບວນລົດໄຟຂົນສົ່ງສິນຄ້າສາກົນ”ປັກກິ່ງຢູນນານ-ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ” “ຊຽງໄຮ້ຢູນນານ-ແມ່ນໍ້າລ້ານຊ້າງແມ່ນ້ຳຂອງ”. ຕັ້ງຫນ້າຄົ້ນຄວ້າຮູບແບບໃຫມ່ໃນການຂົນສົ່ງສາກົນເຊັ່ນ: “ທາງລົດໄຟລາວ-ຈີນ+ຂະບວນລົດໄຟຈີນ-ເອີຣົບ”, ໄລຍະເວລາການຂົນສົ່ງຈາກລາວ, ໄທ ແລະ ປະເທດອື່ນໆໄປຫາເອີຣົບໄດ້ສັ້ນລົງເຫຼືອພຽງ 15 ວັນ, ການຂົນສົ່ງສິນຄ້າຂ້າມແດນໄດ້ກວມໄປເຖິງ 31 ແຂວງ(ເຂດ ແລະ ນະຄອນ)ຂອງ ສປ ຈີນ ແລະ 19 ປະເທດ ແລະ ເຂດແຄວ້ນເຊັ່ນ: ລາວ, ໄທ, ຫວຽດນາມ ແລະສິງກະໂປ, ປະເພດສິນຄ້າເພີ່ມຂຶ້ນຫຼາຍກວ່າ 3.000 ຊະນິດ. ເພື່ອເປັນການຕອບສະຫນອງຄວາມຕ້ອງການດ້ານການຂົນສົ່ງສິນຄ້າຂອງຜູ້ປະກອບການລາວທີ່ຂ້ອນຂ້າງຈະກະແຈກກະຈາຍ ແລະ ນ້ອຍ , ນັບແຕ່ວັນທີ 20 ກຸມພາ 2024 ເປັນຕົ້ນມາ ທາງລົດໄຟລາວ-ຈີນໄດ້ເລີ່ມເປີດໃຫ້ບໍລິການຂົນສົ່ງສີນຄ້າຜ່ານລົດໄຟໂດຍສານແບບທໍາມະດາ, ເພື່ອເປັນການຊຸກຍູ້ການພັດທະນາອຸດສາຫະກໍາການຄ້າອີຄອມເມີຊຂອງລາວ.
ດ້ານການປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ:
ທາງລົດໄຟລາວ-ຈີນ, ໄດ້ເຊື່ອມຕໍ່ສະຖານທີ່ທ່ອງທ່ຽວຍອດນິຍົມຫຼາຍບ່ອນເຂົ້າກັນເຊັ່ນ:ສິບສອງພັນນາ,ຫຼວງພະບາງ ແລະເມືອງອື່ນໆ,ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງໄປມາທ່ອງທ່ຽວຢ່າງຫຼວງຫຼາຍ,ເປັນການຊຸກຍູ້ເສດຖະກິດການທ່ອງທ່ຽວຕາມແລວເສັ້ນທາງໃຫ້ພັດທະນາຢ່າງວ່ອງໄວ. ຕັ້ງຫນ້າຊຸກຍູ້ການພັດທະນາແບບເຊື່ອມໂຍງລະຫວ່າງ “ທາງລົດໄຟ+ການທ່ອງທ່ຽວ”, ຮ່ວມມືກັບນະຄອນຫຼວງປັກກິ່ງ,ເມືອງຮາບິນ,ເມືອງເສີນຢາງ,ເມືອງກຸ້ຍຢາງ ແລະ ເມືອງອື່ນໆ ໂດຍເປີດຂະບວນລົດໄຟທ່ອງທ່ຽວເຂົ້າມາລາວ. ທາງລົດໄຟລາວ-ຈີນໄດ້ເລັ່ງການໝູນວຽນຂອງຜູ້ຄົນ,ການຂົນສົ່ງ,ການລົງທຶນ ແລະ ຂໍ້ມູນຂ່າວສານ ເຊິ່ງເປັນຊຸກຍູ້ການພັດທະນາຊັບພະຍາກອນຕາມແລວເສັ້ນທາງ, ດັ່ງເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ ໄດ້ດຶງດູດວິສາຫະກິດ 154 ແຫ່ງຈາກ 9 ປະເທດ ແລະ ເຂດແຄວ້ນຄື:ຈີນ,ຍີ່ປຸ່ນ,ອາເມລິກາ,ມາເລເຊຍ ແລະ ອື່ນໆເຂົ້າມາລົງທືນ, ມູນຄ່າການຜະລິດຕໍ່ປີຫຼາຍກວ່າ 2 ຕື້ໂດລາສະຫະລັດ. ເຂດເສດຖະກິດພິເສດບໍ່ເຕ່ນ ສາມາດດຶງດູດອຸດສາຫະກຳການຄ້າ, ການຂົນສົ່ງ,ການທ່ອງທ່ຽວ ແລະ ອື່ນໆ ຈໍານວນ 891 ບໍລິສັດເຂົ້າມາລົງທຶນ, ມູນຄ່າການລົງທຶນສະສົມບັນລຸ 1,04 ຕື້ໂດລາສະຫະລັດ. ທາງລົດໄຟລາວ-ຈີນໄດ້ສົ່ງຜົນຢ່າງພົ້ນເດັ່ນຕໍ່ຕົ້ນທຶນການຂົນສົ່ງ ແລະ ປະສິດທິພາບດ້ານໂລຈິສຕິກຂອງລາວ ແລະ ແຕ່ລະປະເທດອາຊຽນ, ຕົ້ນທຶນການຂົນສົ່ງຈາກຄຸນຫມິງຜ່ານລາວໄປໄທໄດ້ຫຼຸດລົງ30%ຫາ50%, ຄ່າຂົນສົ່ງພາຍໃນລາວໄດ້ຫຼຸດລົງ20%ຫາ40%, ເປັນການຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກໍາປະເພດຕ່າງໆຕາມແລວເສັ້ນທາງ ແລະ ການໄປມາຫາສູ່ກັນດ້ານເສດຖະກິດການຄ້າສາກົນ ແລະ ໄດ້ສະຫນອງ”ກຳລັງແຮງໃຫມ່”ໃຫ້ແກ່ການພັດທະນາເສດຖະກິດໃນພາກພື້ນ.
ດ້ານຄວາມປອດໄພຕໍ່ຜູ້ໂດຍສານ ແລະ ການສ້າງບຸກຄະລາກອນລາວ:
ພາກສ່ວນທາງລົດໄຟຂອງສອງປະເທດລາວ-ຈີນ ໄດ້ເພີ່ມທະວີມາດຕະການເຕັກນິກປ້ອງກັນຄວາມປອດໄພ, ໂດຍນໍາໃຊ້ແຜນທີ່ດາວທຽມ,ໂດຼນ, ວິດີໂອທາງໄກ ແລະ ເຕັກນິກທີ່ທັນສະໄຫມອື່ນໆ,ເປັນການນໍາໃຊ້ອຸປະກອນເຕັກນິກທີ່ທັນສະໄຫມຢ່າງເຕັມທີ່, ເພີ່ມທະວີການລາດຕາເວນກວດກາ, ສ້ອມແປງ ແລະ ຄຸ້ມຄອງພື້ນຖານໂຄງລ່າງ, ລົງເລິກປະຕິບັດການແກ້ໄຂສະເພາະການປ້ອງກັນນໍ້າຖ້ວມ, ຮັບປະກັນຄຸນນະພາບຂອງສິ່ງອໍານວຍຄວາມສະດວກໃຫ້ມີສະພາບດີຢູ່ເລື້ອຍໆ, ສາມາດຮອງຮັບການຂົນສົ່ງຜູ້ໂດຍສານ, ການຂົນສົ່ງສິນຄ້າ, ລະດູຝົນ, ແຜ່ນດິນໄຫວ ແລະ ໄພພິບັດທໍາມະຊາດທີ່ໜັກໜ່ວງອື່ນໆ, ຮັບປະກັນໃຫ້ຊ່ອງທາງຂົນສົ່ງສາກົນມີຄວາມປອດໄພ ແລະ ໄຮ້ສິ່ງກີດຂວາງ. ລັດຖະບານລາວ ແລະ ຈີນຍັງໄດ້ສ້າງກົນໄກເຮັດວຽກຮ່ວມກັນ ເພື່ອຮັບປະກັນຄວາມປອດໄພຂອງພື້ນຖານໂຄງລ່າງທາງລົດໄຟ. ເພີ່ມທະວີການໂຄສະນາເຜີຍແຜ່ຄວາມປອດໄພກ່ຽວກັບທາງລົດໄຟ, ລົນນະລົງນໍາພາປະຊາຊົນທີ່ຢູ່ລຽບຕາມແລວເສັ້ນທາງລົດໄຟໃຫ້ມີຈິດສຳນຶກຮັກ ແລະ ປົກປັກຮັກສາທາງລົດໄຟ, ຮ່ວມກັນປົກປັກຮັກສາສະພາບແວດລ້ອມພາຍນອກທີ່ດີໃຫ້ການດໍາເນີນງານຂອງທາງລົດໄຟມີຄວາມປອດໄພ. ບໍາລຸງບຸກຄະລາກອນທາງລົດໄຟໃນທ້ອງຖິ່ນຢ່າງແຂງແຮງ, ຍົກລະດັບທັກສະໃນການປະຕິບັດຕົວຈິງຂອງພະນັກງານລາວຢ່າງຮອບດ້ານ,ໂດຍລັດຖະບານຈີນໄດ້ສົ່ງພະນັກງານບໍລິຫານຄຸ້ມຄອງ ແລະ ວິຊາການເຕັກນິກຈຳນວນ 900 ກວ່າຄົນມາລາວ ເພື່ອສິດສອນ ແລະ ຝຶກອົບຮົບໃຫ້ພະນັກງານລາວ ໃນນັ້ນໄດ້ສໍາເລັດການຝຶກອົບຮົມດ້ານຄຸນນະວຸດທິໃຫ້ພະນັກງານສັນຊາດລາວໄດ້ຈໍານວນ 1.263 ຄົນ, ພະນັກງານຂັບລົດໄຟສັນຊາດລາວຊຸດທໍາອິດຈໍານວນ14ຄົນໄດ້ຮັບໃບຂັບຂີ່ລົດໄຟ ແລະ ບັນລຸການປະຕິບັດຫນ້າທີ່ດ້ວຍຕົນເອງ, ຝຶກອົບຮົບຮອງຜູ້ຂັບລົດໄຟລາວໄດ້ 82 ຄົນ, ຫົວຫນ້າຈຸລົດໄຟ 13 ຄົນ ແລະ ຫົວຫນ້າຈຸວຽກ 143 ຄົນ, ອັນໄດ້ກາຍເປັນບຸກຄະລາກອນເຕັກນິກທາງລົດໄຟລຸ້ນທໍາອິດຂອງລາວ.
ໃນບາດກ້າວຕໍ່ໄປ,ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຈະນໍາໃຊ້ປະສົບການທີ່ປະສົບຜົນສໍາເລັດໃນໄລຍະ 3 ປີຜ່ານມາຂອງການເປີດດຳເນີນງານ, ເພີ່ມທະວີການຄຸ້ມຄອງຄວາມປອດໄພ, ຍົກລະດັບຄວາມສາມາດດ້ານການຂົນສົ່ງ ແລະ ຄຸນນະພາບການບໍລິການ, ສ້າງທາງລົດໄຟລາວ-ຈີນໃຫ້ເຂັ້ມແຂງ ຮ່ວມກັນຮັບໃຊ້ການກໍສ້າງ”ຫນຶ່ງແລວຫນຶ່ງເສັ້ນທາງ”ໃຫ້ພັດທະນາດ້ວຍຄຸນນະພາບສູງ, ສ້າງຜົນປະໂຫຍດ ແລະ ຄວາມຜາສຸກທີ່ແທ້ຈິງໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ.





