ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ປະເມີນສະພາບພົ້ນທຸກ ແລະ ພັດທະນາ

Dec 6, 2024

ແຂວງຄໍາມ່ວນ ສະຫລຸບການປະເມີນສະພາບພົ້ນທຸກ ແລະ ພັດທະນາຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປະຈຳປີ 2024 ໃນວັນທີ 5 ທັນວາ 2024 ໂດຍການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ມີບັນດາພະແນກການ, ເຈົ້າເມືອງ 10 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ໄດ້ສະຫລຸບຕີລາຄາ ຮັບຮອງເອົາຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປະຈຳປີ 2024 ຊຶ່ງແຂວງຄໍາມ່ວນ ປະກອບມີ 10 ເມືອງ, ມີ 570 ບ້ານ, ມີ 84.933 ຄອບຄົວ, ມີພົນລະເມືອງທັງໝົດ 442.800 ຄົນ ຍິງ 225.093 ຄົນ, ຄອບຄົວພົ້ນທຸກຈາກ 65.880 ຄອບຄົວ ມາເປັນ 73.380 ຄອບຄົວ ເພີ່ມຂຶ້ນ 7.500 ຄອບຄົວ ເທົ່າກັບ 86,4% ຂອງຄອບຄົວທັງໝົດ, ຄອບຄົວຍັງບໍ່ພົ້ນທຸກຈາກ 17.312 ຄອບຄົວ ຍັງເຫລືອ 11.553 ຄອບຄົວ ຫລຸດລົງ 5.759 ຄອບຄົວ ເທົ່າກັບ 13,6%, ຄອບຄົວພັດທະນາຈາກ 54.909 ຄອບຄົວ ມາເປັນ 61.549 ຄອບຄົວ ເພີ່ມຂຶ້ນ 6.640 ຄອບຄົວ ເທົ່າກັບ 72,5%, ບ້ານພົ້ນທຸກຈາກ 441 ບ້ານ ມາເປັນ 480 ບ້ານ ເພີ່ມຂຶ້ນ 39 ບ້ານ ເທົ່າກັບ 84,2%, ບ້ານບໍ່ພົ້ນທຸກຍາກ ຈາກ 129 ບ້ານ ຍັງເຫລືອ 90 ບ້ານ ຫລຸດລົງ 39 ບ້ານ ເທົ່າກັບ 15,8%, ບ້ານພັດທະນາຈາກ 222 ບ້ານ ມາເປັນ 266 ບ້ານ ເພີ່ມຂຶ້ນ 44 ບ້ານ ເທົ່່າກັບ 84,2% ຂອງບ້ານທັງໝົດ, ບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ຈາກ 2 ບ້ານ ມາເປັນ 2 ບ້ານ, ເມືອງພົ້້ນທຸກ ຈາກ 6 ເມືອງມາເປັນ 7 ເມືອງ ເພີ່ມຂຶ້ນ 1 ເມືອງ, ເມືອງບໍ່ພົ້ນທຸກ ຈາກ 4 ເມືອງ ຍັງເຫລືອ 3 ເມືອງ ຫລຸດລົງ 1 ເມືອງ. ສໍາລັບ ຄາດໝາຍສູ້ຊົນໃນປີ 2025 ຈະສູ້ຊົນສ້າງຄອບຄົວພົ້ນທຸກໃນ 10 ຕົວເມືອງໃຫ້ໄດ້ 1.162 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 10 ບ້ານ, ສູ້ຊົນສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 853 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 63 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ 1 ຈຸດສຸມ ແລະ ສືບຕໍ່ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງຄື: ເມືອງທ່າແຂກ.
ໂອກາດນີ້, ທ່ານເຈົ້າແຂວງຄໍາມ່ວນໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜູ້ແທນຈາກພະແນກການຂອງແຂວງ, ເມືອງ ທີ່ມີຄວາມບຸກບືນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດໃນຜ່ານມາ ພ້ອມທັງເນັ້ນບາງບັນຫາສໍາຄັນໃຫ້ ກອງເລຂາ 348 ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ກວດກາຄືນບັນດາຂໍ້ມູນ ເພື່ອຮັບປະກັນຄວາມຖືກຕ້ອງ, ຊັດເຈນ ກ່ອນທີ່ຈະສະເໜີຂັ້ນເທິງຮັບຮອງ, ກວດກາຄືນຂໍ້ມູນຄວາມທຸກຍາກ ແລະ ການພັດທະນາ ເປັນຕົ້ນ ຄອບຄົວ ແລະ ບ້ານ ຕາມດໍາລັດ 348/ລບ ໂດຍສະເພາະຕົວເລກທີ່ບໍ່ທັນໄດ້ບັນລຸ ຕາມມາດຕະຖານ ເພື່ອກຳນົດຄາດໝາຍໃນການແກ້ໄຂ, ຄອບຄົວໃດ, ບ້ານໃດ, ເມືອງໃດ ເພື່ອຈະສຸມທຶນຮອນເຂົ້າໃສ່ໃຫ້ຖືກກັບເປົ້າໝາຍ. ສໍາລັບເມືອງທີ່ໄດ້ຮັບຮອງ ແລະ ໄດ້ນາມມະຍົດເປັນເມືອງພົ້ນທຸກ ໃນກອງປະຊຸມຄັ້ງນີ້ແລ້ວ ມອບໃຫ້ເມືອງເສີມຂະຫຍາຍອັນດີຢ່າງຕັ້ງໜ້າ ແລະ ແກ້ໄຂຈຸດທີ່ຍັງບໍ່ບັນລຸ ທັງນີ້ເພື່ອຮັບປະກັນໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຮັບຜົນສໍາເລັດເປັນກ້າວໆ.
ຂ່າວ : ມະນີວັນ