ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະຍາດເອດ ຍັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງທຸກຄົນ

Dec 6, 2024

ພະແນກສາທາລະນະສຸກແຂວງສະຫວັນນະເຂດ ຮ່ວມກັບ ອົງການມູນນິທິດູແລປິ່ນປົວພະຍາດເອດ (AHF Laos) ຈັດກິດຈະກຳສະເຫລີມສະຫລອງວັນສາກົນຕ້ານເອດ ໃນວັນທີ 4 ທັນວາ 2024 ທີ່ນະຄອນໄກສອນ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມ ທ່ານ ດຣ. ແສງດາວ ສີດາໄລ ຫົວໜ້າ ພະແນກສາທາລະນະສຸກແຂວງ, ທ່ານ ນາງ ດຣ. ປານີນາ ພູມສະຫວັນ ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ພ້ອມດ້ວຍຂະແໜງການຕ່າງໆ ແລະ ນັກສາສຶກຈາກບັນດາວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດເຂົ້າຮ່ວມ.
ຈຸດປະສົງ ກໍເພື່ອສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານຄວາມເຂົ້າໃຈທີ່ວ່າ “ພະຍາດເອດ (AIDS) ຍັງເປັນໄພຂົ່ມຂູ່ຕໍ່ກັບສຸຂະພາບຂອງໝົດທຸກຄົນ” ເພື່ອພ້ອມກັນຕໍ່ສູ້ລົບລ້າງພະຍາດເອຈໄອວີ/ເອດ (HIV/AIDS), ກິດຈະກຳໃນງານຄັ້ງນີ້ ແມ່ນເນັ້ນໃສ່ການໂຄສະນາເຜີຍແຜ່ຂ່າວສານ, ໃຫ້ຄໍາແນະນຳວິທີການປ້ອງກັນ, ບໍລິການກວດເລືອດຫາເຊື້ອ HIV, ໃຫ້ຄໍາແນະນຳວິທີການດູແລປິ່ນປົວທີ່ເໝາະສົມຖືກຕ້ອງ ແລະ ການສະໜັບສະໜູນບຸກຄົນທີ່ໄດ້ຮັບຜົນກະທົບຈາກພະຍາດ HIV/AIDS ໃນ ສປປ ລາວ ແລະ ໃນສາກົນ.
ທ່ານ ດຣ. ສຸລິວັນ ເພັງໄຊ ຫົວໜ້າອົງການມູນນິທິ AHF ປະຈຳ ສປປ ລາວໄດ້ກ່າວວ່າ: ໃນຫລາຍທົດສະວັດທີ່ຜ່ານມາ ມີຄົນຕິດເຊື້ອ HIV ປະມານ 40 ລ້ານຄົນໃນທົ່ວໂລກ ໃນນີ້, ຫລາຍກວ່າເຄິ່ງໜຶ່ງແມ່ນແມ່ຍິງ ແລະ ເດັກຍິງ. ໃນແຕ່ລະປີມີລາຍງານຈາກອົງການສະຫະປະຊາຊາດຕ້ານເອດ (UNAIDS) ມີຈໍານວນຄົນທີ່ຕິດເຊື້ອໃໝ່ປະມານ 1,3 ລ້ານຄົນ, ບັນຫາການຈໍາແນກລັງກຽດຍັງເປັນສາຍເຫດເຮັດໃຫ້ຄົນຕິດເຊື້ອມີຄວາມຫຍຸ້ງຍາກໃນການເຂົ້າການບໍລິການທີ່ຈຳເປັນ ໂດຍສະເພາະ ໃນບັນດາກໍລະນີການຕິດເຊື້ອ HIV ສູງໃນກຸ່ມຊາວໜຸ່ມທີ່ມີອາຍຸລະຫວ່າງ 18 ຫາ 39 ປີ, ຊຶ່ງເລີ່ມມາຕັ້ງແຕ່ປີ 1990 ໃນປັດຈຸບັນພະຍາດ HIV/AIDS ຍັງຄົງເປັນບັນຫາຕໍ່ສຸຂະພາບຂອງຄົນລາວ (ເຊັ່ນ: ກຸ່ມຊາຍຮັກຊາຍ, ກຸ່ມສາວຂາຍບໍລິການທາງເພດ, ກຸ່ມແຮງງານເຄື່ອນຍ້າຍ ແລະ ອື່ນໆ) ຕາມຂໍ້ມູນການລາຍງານຈາກບັນດາໂຄງການ ແລະ ການລາຍງານຂອງແຜນການແຫ່ງຊາດ, ຊຶ່ງລັດຖະບານກໍໄດ້ໃຫ້ຄວາມສຳຄັນຕໍ່ກັບບັນຫານີ້.
ໃນປີ 2024 ລັດຖະບານເຫັນດີຮັບຮອງການກົດໝາຍເອດສະບັບປັບປຸງ ເພື່ອເປັນເຄື່ອງມືສະໜັບສະໜູນການຈັດຕັ້ງປະຕິບັດແຜນງານ ໃຫ້ມີຄວາມສະດວກ ແລະ ມີປະສິດທິພາບ ເພື່ອສາມາດບັນລຸເປົ້າໝາຍສາກົນ ໃນການລົບລ້າງກໍລະນີຕິດເຊື້ອໃໝ່ ໃນປີ 2030 ເພື່ອບັນລຸເປົ້າໝາຍດັ່ງກ່າວ ຈຳເປັນຕ້ອງໄດ້ຮັບການຮ່ວມມືປະກອບສ່ວນຈາກທຸກພາກສ່ວນ ແລະ ທຸກຄົນ ໂດຍເນັ້ນໃສ່ການຫລຸດຜ່ອນ ຫລື ຢຸດຕິທຸກພຶດຕິກຳທີ່ມີຄວາມສ່ຽງຕໍ່ການຕິດຕໍ່ ຫລື ສົ່ງເຊື້ອ HIV/AIDS ໂດຍເນັ້ນການສົ່ງເສີມການໃຊ້ຖົງຢາງອະນາໄມ ທີ່ເປັນທາງເລືອກທີ່ສະດວກ ລາຄາບໍ່ແພງ ແລະ ມີປະສິດທິພາບສູງ ໃນການປ້ອງກັນການຕິດເຊື້ອໃນກໍລະນີທີ່ຈະມີເພດສຳພັນທີ່ມີຄວາມສ່ຽງຈາກພະຍາດ HIV/AIDS ພາຍໃນປະເທດ ແລະ ໃນລະດັບສາກົນ.