ທ່ານ ເດດສັກດາ ມະນີຄຳ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບການປະເມີນສະພາບພົ້ນທຸກ ແລະ ພັດທະນາຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປະຈຳ ປີ 2024 ຂອງແຂວງຄໍາມວ່ນ ຈັດຂຶ້ນໃນວັນທີ 5 ທັນວາ 2024 ວ່າ: ແຂວງຄໍາມ່ວນ ປະກອບມີ 10 ເມືອງ, ມີ 570 ບ້ານ, ມີ 84.933 ຄອບຄົວ, ມີພົນລະເມືອງທັງໝົດ 442.800 ຄົນ, ຍິງ 225.093 ຄົນ, ຄອບຄົວພົ້ນທຸກໄດ້ຫລຸດລົງຈາກ 65.880 ຄອບ ຄົວ ມາເປັນ 73.380 ຄອບຄົວ, ເທົ່າກັບ 86,4% ຂອງຄອບຄົວທັງໝົດ, ຄອບຄົວຍັງບໍ່ພົ້ນທຸກຈາກ 17.312 ຄອບຄົວ ຍັງເຫລືອ 11.553 ຄອບຄົວ, ເທົ່າກັບ 13,6%, ຄອບຄົວພັດທະນາເພີ່ມຂຶ້ນຈາກ 54.909 ຄອບຄົວ ມາເປັນ 61.549 ຄອບຄົວ, ເທົ່າກັບ 72,5%.
ສ່ວນບ້ານພົ້ນທຸກເພີ່ມຂຶ້ນຈາກ 441 ບ້ານ ມາເປັນ 480 ບ້ານ, ເທົ່າກັບ 84,2%, ບ້ານບໍ່ພົ້ນທຸກຍາກຫລຸດລົງຈາກ 129 ບ້ານ ຍັງເຫລືອ 90 ບ້ານ, ເທົ່າກັບ 15,8%, ບ້ານພັດທະນາເພີ່ມຂຶ້ນຈາກ 222 ບ້ານ ມາເປັນ 266 ບ້ານ, ເທົ່່າກັບ 84,2% ຂອງບ້ານທັງໝົດ, ເມືອງພົ້້ນທຸກເພີ່ມຂຶ້ນຈາກ 6 ເມືອງມາເປັນ 7 ເມືອງ ແລະ ເມືອງບໍ່ພົ້ນທຸກ ຫລຸດລົງຈາກ 4 ເມືອງ ຍັງເຫລືອ 3 ເມືອງ.
ສໍາລັບ ຄາດໝາຍສູ້ຊົນໃນປີ 2025 ແຂວງຄໍາມ່ວນ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃນ 10 ຕົວເມືອງໃຫ້ໄດ້ 1.162 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 10 ບ້ານ, ສູ້ຊົນສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 853 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 63 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ 1 ຈຸດສຸມ ແລະ ສືບຕໍ່ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງ ຄື: ເມືອງທ່າແຂກ.



