ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານຮອງລັດຖະມົນຕີ ຖວທ ລາວ ຕ້ອນຮັບຄະນະຜູ້ແທນ CMG ຈີນ

Dec 6, 2024

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ລາວ ໄດ້ຕ້ອນຮັບທ່ານນາງ ຕົງເຈ (Dongjie) ຫົວໜ້າຄະນະຜູ້ແທນວິທະຍຸໂທລະພາບສູນກາງຈີນ ທີ່ປັກກິ່ງ ພ້ອມດ້ວຍຄະນະ ທີ່ເດີນທາງມາແລກປ່ຽນກ່ຽວກັບກອງປະຊຸມພົບປະນັກວິເຄາະຂ່າວ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວາ 2024.
ທ່ານນາງ ຕົງເຈ ໄດ້ສະແດງຄວາມຂອບໃຈທີ່ຝ່າຍລາວໃຫ້ການຮ່ວມມື ແລະສະໜັບສະໜູນຕະຫຼອດມາ ແລະສະແດງຄວາມຊົມເຊີຍຕໍ່ການຮ່ວມມືຂອງສື່ມວນຊົນ ຈີນ-ລາວ ທີ່ມີການຮ່ວມມືກັນທີ່ເປັນມູນເຊື້ອຍາຍນານ, ຮອບດ້ານ ແລະແໜ້ນແຟ້ນ, ທ່ານກ່າວວ່າ: ກອງປະຊຸມພົບປະນັກວິເຄາະຂ່າວ ລາວ-ຈີນ ຍັງເປັນການເພີ່ມທະວີດ້ານການຮ່ວມມືສື່ມວນຊົນ ລະຫວ່າງສອງຝ່າຍ, ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມືກັນພັດທະນາວຽກງານສື່ມວນຊົນ ໃຫ້ມີບາດກ້າວອັນໃໝ່ເລື້ອຍໆ.
ໃນໂອກາດນີ້ ທ່ານ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ຕະຫຼອດໄລຍະຜ່ານມາສອງຝ່າຍລາວ ແລະ ຈີນ ໄດ້ມີການຮ່ວມມືຫຼາຍດ້ານທີ່ເປັນຮູບປະທໍາ ໂດຍສະເພາະມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນເປັນປະຈໍາ ນອກນັ້ນ, ຍັງໄດ້ມີການແລກປ່ຽນວຽກງານດ້ານວັດທະນະທໍາອັນພົ້ນເດັ່ນ ໄລຍະນີ້ກໍແມ່ນ ເທດສະການຮູບດີເດັ່ນເງົາ ລາວ-ຈີນ ທີ່ໄດ້ມີການເດີນສາຍຢູ່ຫຼາຍແຂວງ ທັງພາກເໜືອຈົນຮອດພາກໃຕ້ ເຊິ່ງທັງໝົກນີ້ເປັນການມອບຄວາມສຸກ ແລະສ້າງຄວາມສາມັກຄີຮັກແພງ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະປະຊາຊົນສອງຊາດ ລາວ-ຈີນ, ຫວັງຢ່າງຍິ່ງ, ສອງຝ່າຍລາວ-ຈີນຈະສືບຕໍ່ຮ່ວມກັນຜັນຂະຫຍາຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ກວ້າງຂວາງ ແລະແຕກດອກອອກຜົນຍິ່ງໆຂຶ້ນ.
ທີ່ມາ: CMG