ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາຫວນຄືນມູນເຊື້ອ 2 ວັນສໍາຄັນ

Dec 6, 2024

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດປາຖະກະຖາ ຫວນຄືນວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 104 ປີ ໃນວັນທີ 6 ທັນວາ 2024 ໂດຍການປາຖະກະຖາຂອງ ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຕະຫລອດຮອດສະ ມາຊິກພັກ-ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຖິງມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນຊາດ ທີ 2 ທັນວາ ເຊິ່ງແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງພັກ ປປ ລາວ ອັນມີປະ ທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າໃນການຕໍ່ສູ້ເພື່ອປົດປ່ອຍຊາດ ທັງເປັນເຫດການທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງຊາດລາວເຮົາ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ. ພ້ອມນີ້, ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນພົ້ນເດັ່ນຂອງ ສປປ ລາວ ຕະ ຫລອດໄລຍະ 49 ປີຜ່ານມາ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ເຊິ່ງພວກເຮົາຈະຕ້ອງໄດ້ເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປສູ່ຈຸດໝາຍສັງຄົມນິຍົມ.
ໂອກາດດຽວກັນ ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງເປັນຜູ້ນໍາພາກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ເປັນວິລະບູລຸດແຫ່ງຊາດລາວ, ຍົກໃຫ້ເຫັນຄວາມປີຊາສາມາດໃນການນຳພາ-ຊີ້ນຳ ພາລະກິດປະຕິວັດຕະຫລອດຊີວິດຂອງເພິ່ນ ແລະ ຍົກໃຫ້ເຫັນແບບຢ່າງຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດທີ່ລຽບງ່າຍຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍເປັນຫ່ວງເປັນໄຍ ຕໍ່ການພັດທະນາປະເທດຊາດ.
ການຈັດປາຖະກະຖາໃນຄັ້ງນີ້, ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດ ສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ-ລັດເຮົາ, ຖືເອົາໂອກາດນີ້, ເປັນການເພີ່ມທະວີການສຶກສາອົບຮົມພະນັກງານ-ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາ ເຜົ່າ ກ່ຽວກັບນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ນ້ຳໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນ, ກໍເປັນການປຸກລະດົມນ້ຳໃຈຮັກຊາດ-ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນໍາພາຂອງພັກ, ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.