ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ຂຶ້ນສະເໜີຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ ເຊິ່ງເປັນຮ່າງກົດໝາຍສ້າງໃໝ່ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ທັນວາ 2024.

ຮ່າງກົດໝາຍດັ່ງກ່າວ ປະກອບມີ 11 ພາກ, 94 ມາດຕາ ເຊິ່ງສ້າງຂຶ້ນ ເພື່ອຄຸ້ມ ຄອງ, ຕິດຕາມ, ກວດກາ ວຽກງານພັດທະນາສີມືແຮງງານ ໃຫ້ເປັນລະບົບ, ເຂັ້ມແຂງ, ມີປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ ໃຫ້ກໍາລັງແຮງງານ ມີຄວາມຮູ້, ຄວາມສາມາດ, ຄວາມຊຳນານງານ, ທັດສະນະຄະຕິ ໃນການອອກແຮງງານ, ຍົກລະ ດັບສີມືແຮງງານ, ຍົກຜະລິດຕະພາບແຮງງານ, ຮັບປະກັນຕອບສະໜອງ ຄວາມຕ້ອງການຂອງຫົວໜ່ວຍແຮງງານ, ຕະຫລາດແຮງງານ ແລະ ສົ່ງເສີມການປະກອບອາຊີບອິດສະລະ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ທ່ານ ນາງ ໃບຄຳ ຂັດທິຍະ ຍົກໃຫ້ເຫັນວ່າ: ພາຍຫລັງຮ່າງກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃນດ້ານການພັດທະນາສີມືແຮງງານ ມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກ ງານການພັດທະນາສີມືແຮງງານ ຢ່າງເປັນລະບົບ, ມີຄວາມໂປ່ງໃສ ແລະ ຍຸຕິທຳ ໂດຍສະເພາະແມ່ນການ ກຳນົດບົດບາດ ແລະ ໜ້າທີ່ ຫລື ຄວາມໝາຍຂອງວຽກ ງານການພັດທະນາສີມືແຮງງານ ແລະ ວຽກງານ ອາຊີວະສຶກສາ ມີຄວາມຈະແຈ້ງ ແລະ ຊັດເຈນຂຶ້ນ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງ ຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງ ຄົມ, ຜູ້ຕ້ອງການມີວຽກເຮັດງານທໍາ ເຂົ້າໃຈ ແລະ ເຂົ້າຮ່ວມ ໃນວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ ແລະ ຫລາຍຂຶ້ນ.
ພ້ອມນີ້, ຈະຊຸກຍູ້ສົ່ງເສີມການພັດທະນາກໍາລັງແຮງງານ ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງການ ພັດທະນາເສດຖະກິດ-ສັງຄົມ ພ້ອມທັງປັບປຸງກົນໄກການປະສານງານຮ່ວມມືລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຊັດເຈນ; ເຮັດໃຫ້ຜູ້ປະກອບການ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີຄວາມໝັ້ນໃຈ ແລະ ຫັນມາລົງທຶນໃນ ສປປ ລາວ ຫລາຍຂຶ້ນ ແລະ ອື່ນໆ.
ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດ ໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ປັບປຸງ, ຕັດອອກ, ຕື່ມໃສ່ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ຮ່າງກົດໝາຍມີຄວາມຖືກຕ້ອງ, ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແລະ ລັດຖະບານ ວາງອອກ.


